ໃນລະຫວ່າງວັນທີ 16-20 ມິຖຸນາ 2025 ໄດ້ມີກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 110 ແລະ ກອງປະຊຸມທີ່ກ່ຽວຂ້ອງ (The 110th Meeting of the ASEAN Coordinating Committee Service and Related Meeting:CCS)ທີ່ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງປະເທດ ມາເລເຊຍ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ແລະ ຂະແໜງການກ່ຽວຂ້ອງຈາກພາກລັດ.
ກອງປະຊຸມຄະນະກຳມະການປະສານງານດ້ານການບໍລິການອາຊຽນ (CCS) ແມ່ນກອງປະຊຸມທີ່ເຈລະຈາການຄ້າດ້ານບໍລິການ ໂດຍພື້ນຖານແລ້ວ ແມ່ນການເປີດຂະແໜງບໍລິການໃຫ້ແກ່ກັນ ແລະ ກັນຂອງບັນດາປະເທດທີ່ເຂົ້າຮ່ວມການເຈລະຈາ ຊຶ່ງດໍາເນີນໄປຄຽງຄູ່ກັບການເຈລະຈາການຄ້າດ້ານສິນຄ້າ ແລະ ຂົງເຂດອື່ນໆ. ສປປ ລາວ ໄດ້ເຂົ້າຮ່ວມການເຈລະຈາເປີດຂະແໜງບໍລິການໃນ 3 ຂອບໃຫຍ່ ຄື: ຂອບຫຼາຍຝ່າຍ, ພາກພື້ນ ແລະ ສອງຝ່າຍ.
ການຈັດກອງປະຊຸມໃນຮອບນີ້ ແມ່ນຮອບວຽນຂອງ ສປປ ລາວ ທີ່ເປັນເຈົ້າພາບຈັດ ເຊິ່ງກອງປະຊຸມຈະໄດ້ປຶກສາຫາລືກ່ຽວກັບ ຜົນກອງປະຊຸມຂອງການນຳຂັ້ນສູງອາຊຽນຕິດພັນກັບວຽກງານການຄ້າບໍລິການ; ການໃຫ້ສັດຕະຍາບັນຂອງບັນດາສັນຍາ ແລະ ອະນຸສັນຍາຕ່າງໆທີ່ຕິດພັນກັບ CCS; ປຶກສາຫາລືແຜນວຽກ CCS ປີ 2024-2025 ແລະ 2026-2030 ແລະ ການສະເໜີແຜນການເຂົ້າຮ່ວມເປັນສະມາຊິກຂອງສັນຍາ ATISA ຂອງຕິມໍເລສເຕ.
ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວຈະເປັນການຍົກບົດບາດຂອງ ສປປ ລາວ ໃນເວທີສາກົນ ແລະ ສົ່ງສັນຍານທີ່ດີໃຫ້ແກ່ ສປປ ລາວ ຕໍ່ ອາຊຽນ ໃຫ້ເຫັນໄດ້ເຖິງຄວາມຕັ້ງໃຈຂອງ ສປປ ລາວ ທີ່ໄດ້ຮ່ວມມືໃນການຈັດກອງປະຊຸມເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດສັນຍາການຄ້າດ້ານການບໍລິການອາຊຽນ (ASEAN Trade in Services Agreement: ATISA) ທີ່ແນໃສ່ການສ້າງ ແລະ ປັບປຸງສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດ, ດຶງດູດການລົງທຶນ, ການສົ່ງເສີມການເຊື່ອມໂຍງດ້ານແຮງງານ ແລະ ນຳຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດກັບສາກົນມາສູ່ ສປປ ລາວ.





