ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ ຈະໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກ

Nov 8, 2024

ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ຮ່ວມກັບສູນກາງແນວລາວສ້າງຊາດ ຈະໄດ້ຈັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະລືກຂຶ້ນໃນລະຫວ່າງວັນທີ 9-15 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ ຮັກບ້ານເກີດ. ກອງປະຊຸມດັ່ງກ່າວ ຄາດວ່າຈະມີພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະ ເທດເດີນທາງມາຮ່ວມຈຳນວນ 300 ກວ່າທ່ານ, ລວມທັງພີ່ນ້ອງເຊື້ອຊາດລາວທີ່ດຳລົງຊີວິດ ແລະ ດຳເນີນທຸລະກີດ ຢູ່ ສປປ ລາວ ແລະ ແຂກຖືກເຊີນຈາກພາຍໃນເຂົ້າຮ່ວມທັງໝົດປະມານ 500 ທ່ານ, ຊຶ່ງຈຸດປະສົງຂອງກອງປະຊຸມພົບປະຄັ້ງນີ້ ແມ່ນເພື່ອເຕົ້າໂຮມພີ່ນ້ອງເຊື້້ອຊາດລາວຈາກທົ່ວໂລກເປັນຄັ້ງທໍາອິດຢູ່ນະຄອນຫລວງວຽງຈັນ; ສ້າງຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງຂອງພີ່ນ້ອງເຊື້ອຊາດລາວຕໍ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ ສປປ ລາວ; ສ້າງໂອກາດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ເດີນທາງໄປມາຫາສູ່ກັນ, ຢ້ຽມຢາມບ້ານເກີດເມືອງນອນ; ພົບປະໂອ້ລົມແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ; ທັງເຫັນສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະປະຈຸບັນ. ນອກຈາກນີ້ ຍັງມີການເຄື່ອນໃຫວສ້າງກິດຈະກຳຕ່າງໆຮ່ວມກັນຕື່ມອີກ.
ໃນໂອກາດທີ່ເດີນທາງມາຮ່ວມກອງປະຊຸມໃນຄັ້ງນີ້, ຄະນະພີ່ນ້ອງເຊື້ອຊາດລາວຈະໄດ້ໄປຢ້ຽມຊົມສະຖານທີ່ສຳຄັນຕ່າງໆຢູ່ໃນນະຄອນຫຼວງວຽງຈັນເຊັ່ນ: ໄປຢ້ຽມຢາມເຂດເສດຖະກິດກວມລວມໄຊເສດຖາ ແລະ ຢ້ຽມຊົມພິພິທະພັນສິລະປະລາວສະໄໝໃໝ່ (ໄມ້ແກະສະຫຼັກ), ຢ້ຽມຊົມຫໍພິພິທະພັນໄກສອນ ພົມວິຫານ ແລະ ເຂົ້າຮ່ວມງານຣາຕີວຽງຈັນ; ນອກຈາກນັ້ນ, ຍັງຈະໄດ້ໄປຢ້ຽມຢາມສວນພຶກສາ ເພື່ອຢ້ຽມຊົມຫ້ອງວາງສະແດງບັນດາເຜົ່າ, ຮ່ວມພິທີບາສີສູ່ຂວັນ ແລະ ຮັບຊົມການສະແດງສິນລະປະບັນດາເຜົ່າ; ເຂົ້າຮ່ວມພິທີຖວາຍຜ້າປ່າສາມັກຄີຢູ່ວັດອົງຕື້ ແລະ ຮ່ວມພິທີແຫ່ຜາສາດເຜິ້ງເຂົ້າສູ່ກົມມະລຽນພະທາດຫຼວງ ລວມທັງຮ່ວມການເຄື່ອນໃຫວກິດຈະກຳອື່ນໆ.
ກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຄັ້ງປະຖົມມະລຶກເທື່ອນີ້ ແມ່ນມີຄວາມໝາຍຄວາມສຳຄັນ ຊຶ່ງຈະເຮັດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໄດ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ ສປປ ລາວ, ໄດ້ເຫັນເຖິງສະພາບການພັດທະນາເສດຖະກິດ-ສັງຄົມຕົວຈິງຂອງ ສປປ ລາວ, ໄດ້ມາພົບປະພີ່ນ້ອງຮ່ວມຊາດ, ຮ່ວມກັນສ້າງກິດຈະກຳຕ່າງໆ, ເຮັດບຸນສິນກິນທານ ແລະ ນຳເອົາຜົນສຳເລັດຂອງກອງປະຊຸມໃນເທື່ອນີ້ ໄປເຜີຍແຜ່ໃຫ້ພີ່ນ້ອງຊາວລາວຢູ່ຕ່າງປະເທດໄດ້ຮັບຊາບຢ່າງທົ່ວເຖິງກັນຕື່ມອີກ.