ໃນວັນທີ 8 ມັງກອນ 2025 ນີ້, ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດ ນາມ-ລາວ ຈັດກອງປະຊຸມ ລະດັບເຈົ້າໜ້າທີ່ອາວຸໂສ (SOM) ເພື່ອທົບທວນ ແລະ ຕີລາຄາຄືນ ສະພາບການຈັດຕັ້ງຜັນຂະຫຍາຍ ຄໍາເຫັນຊີ້ນໍາຂອງສອງກົມການເມືອງສູນກາງພັກ ກໍຄື ຂໍ້ຕົກລົງຂອງສອງລັດຖະບານ ປະຈຳປີ 2024, ອັນໃດທີ່ປະຕິບັດໄດ້, ອັນໃດທີ່ຍັງປະຕິບັດບໍ່ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມື ປະຈຳປີ 2025 ເພື່ອນໍາສະເໜີຕໍ່ສອງລັດຖະບານ ພິຈາລະນາ ໃນກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານສອງປະເທດ ທີ່ຈະຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນວັນທີ 9 ມັງກອນ, ຕາງໜ້າຄະນະຝ່າຍລາວ ນຳໂດຍ ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ວຽງສະຫວັນ ວິໄລພອນ ໄດ້ສະແດງຄວາມຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບ ແລະ ພົບປະເຮັດວຽກກັບ ສະຫາຍ ເຈິ່ນ ກວັກ ເຟືອງ ພ້ອມດ້ວຍຄະນະວິຊາການຫວຽດນາມ ທີ່ໄດ້ເດີນທາງມາ ສປປ ລາວ ເພື່ອກະກຽມເນື້ອໃນເອກະສານ ຮັບໃຊ້ກອງປະ ຊຸມຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ລາວ-ຫວຽດນາມ ເຊິ່ງຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 9 ມັງກອນ 2025 ນີ້. ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2024 ເຊິ່ງ ພາຍໃຕ້ຄວາມເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດໂດຍກົງ ຈາກສອງພັກ, ສອງລັດ ເຮັດໃຫ້ການຈັດຕັ້ງແຕ່ລະຂັ້ນ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຂອງສອງຝ່າຍ ໄດ້ປະສານສົມທົບກັນ ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຂັ້ນສູງ ລາວ-ຫວຽດນາມ ຢ່າງຕັ້ງໜ້າ ແລະ ບັນລຸໄດ້ປະສິດທິຜົນຕົວຈິງ. ການຮ່ວມມືສອງຝ່າຍ ປະຈໍາປີ 2024 ໄດ້ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ຂອງແຕ່ລະປະເທດ, ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ.
ກອງປະຊຸມ ໃນຄັ້ງນີ້, ສອງຝ່າຍ ໄດ້ເປັນເອກະພາບຕໍ່ເນື້ອໃນ ຮ່າງບົດບັນທຶກກອງປະຊຸມ ຄັ້ງທີ 47 ແລະ ຮ່າງຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືທະວິພາຄີ ປະຈຳປີ 2025 ເພື່ອໃຫ້ ສອງປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ລາຍງານຂໍຄໍາເຫັນຊີ້ນຳ ຈາກສອງນາຍົກລັດຖະມົນຕີ ຂອງສອງປະເທດ ໃນວັນທີ 9 ມັງກອນ 2025 ນີ້.





