ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການເລືອກຕັ້ງລະດັບຊາດ ຖອດຖອນບົດຮຽນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

Mar 18, 2026

ໃນວັນທີ 17 ມີນາ 2026, ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກຳມະການເລືອກຕັ້ງລະດັບຊາດ; ມີບັນດາທ່ານຮອງປະທານ ແລະ ກຳມະການ ໃນ ຄະນະກຳມະການເລືອກຕັ້ງລະດັບຊາດ, ປະທານ-ຮອງປະທານຄະນະກຳມະການເລືອກຕັ້ງນະຄອນຫຼວງ-ແຂວງ, ຮອງເລຂາຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ ແລະ ແຂກເຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຜົນສຳເລັດຂອງການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈາກທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ ໂດຍທ່ານໃຫ້ຮູ້ວ່າ: ການປ່ອນບັດເລືອກຕັ້ງໃນວັນທີ 22 ກຸມພາ 2026 ມີຜູ້ໄປໃຊ້ສິດ 4.620.353 ຄົນ ເທົ່າກັບ 96.97% ຂອງຜູ້ມີສິດເລືອກຕັ້ງທັງໝົດ ໃນນີ້, ມີຜູ້ໃຊ້ສິດຢູ່ຕ່າງປະເທດ 23.378 ຄົນ ຍິງ 7.782 ຄົນ. ສຳລັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ເລືອກໄດ້ 175 ຄົນ ຍິງ 52 ຄົນ ກວມເອົາ 29.71%, ຈາກສູນກາງ 51 ຄົນ ຍິງ 14 ຄົນ, ຈາກທ້ອງຖິ່ນ 124 ຄົນ ຍິງ 38 ຄົນ, ສ່ວນສະມາຊິກສະພາປະຊາຊົນຂັ້ນແຂວງ 745 ຄົນ ຍິງ 211 ຄົນ ກວມເອົາ 28.32%, ຜົນສຳເລັດໃນການນັບຄະແນນໄດ້ຕາມເວລາກຳນົດ ແມ່ນຍ້ອນມີການນຳໃຊ້ລະບົບເຕັກນິກໃໝ່ໃນການນັບຄະແນນ E-Vote ແລະ ມີການເຝິກອົບຮົມເຊິ່ງໜ້າ ແລະ ອອນລາຍ. ສັງລວມໄດ້ວ່າ ຜ່ານບັ້ນເລືອກຕັ້ງໃນຄັ້ງນີ້ ສາມາດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້, ໃນນີ້ມີຫຼາຍເຂດເລືອກຕັ້ງສາມາດບັນລຸໄດ້ຄາດໝາຍ 4 ດ້ານຄື: ມີຜູ້ໄປໃຊ້ສິດເລືອກຕັ້ງ 100%, ບໍ່ມີບັດຕາຍ 100%, ການປ່ອນບັດມີຄວາມໂປ່ງໃສ 100% ແລະ ຮັບປະກັນຄວາມສະຫງົບປອດໄພ 100%.


ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາອະນຸກຳມະການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນແຂວງ 8 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ໄຊຍະບູລີ, ຫົວພັນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ແຂວງໄຊສົມບູນ ເພື່ອຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນພື້ນຖານໃຫ້ແກ່ການປັບປຸງວຽກງານເລືອກຕັ້ງຄັ້ງຕໍ່ໄປ.