ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການເລືອກຕັ້ງລະດັບຊາດ ລົງຊຸກຍູ້ການປ່ອນບັດເລືອກຕັ້ງ ຢູ່ແຂວງວຽງຈັນ

Feb 18, 2026

ຄະນະກຳມະການເລືອກຕັ້ງລະດັບຊາດ, ນໍາໂດຍ ທ່ານ ນາງ ມະນີວັນ ເຍຍປາວເຮີ ອະນຸກຳມະການເລຂານຸການ ຄະນະກຳມະການເລືອກຕັ້ງລະດັບຊາດ ລົງເຄື່ອນໄຫວເຮັດວຽກຮ່ວມກັບອະນຸເລຂານຸການ ຂອງຄະນະກໍາມະການເລືອກຕັ້ງ ແຂວງວຽງຈັນ ໃນວັນທີ 17 ກຸມພາ 2026 ທີ່ສະພາປະຊາຊົນແຂວງວຽງຈັນ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ບັນລຸຕາມລະດັບຄາດໝາຍ.
ທ່ານ ນາງ ມະນີວັນ ເຍຍປາວເຮີ ໄດ້ໃຫ້ຮູ້ວ່າ: ການລົງເຄື່ອນໄຫວຄັ້ງນີ້,ກໍເພື່ອເກັບກໍາສະພາບຕົວຈິງ ແລະຂໍ້ມູນຕ່າງໆກ່ຽວກັບການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຂໍ້ຕົກລົງ ແລະ ຄໍາແນະນໍາຕ່າງໆຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ການກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ການເກັບກໍາຂໍ້ມູນກ່ຽວກັບຜູ້ມີສິດເລືອກຕັ້ງ, ໜ່ວຍປ່ອນບັດເລືອກຕັ້ງ, ການຕິດປ້າຍຄໍາຂວັນຕ່າງໆ ເພື່ອປຸກຈິດສໍານຶກໃຫ້ແກ່ການເລືອກຕັ້ງ, ການຈັດພິມຮູບ-ປະຫວັດຫຍໍ້ ແລະ ເອກະສານຕ່າງໆ. ທັງນີ້, ກໍເພື່ອຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ບັນລຸຕາມລະດັບຄາດໝາຍ ກໍຄື ນໍາພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%; ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%; ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%; ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ 100%.
May be an image of dais and text May be an image of dais
ໂອກາດນີ້, ທ່ານ ບົວຄຳ ຫຼວງອາໄພ ຮອງປະທານຄະ ນະກຳມະການ ເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງວຽງຈັນ ຄະນະອະນຸກຳມະການເລືອກຕັ້ງແຂວງວຽງຈັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານກາເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ປັດຈຸບັນ ແມ່ນໄດ້ສຳເລັດແລ້ວຫຼາຍໜ້າວຽກ ເປັນຕົ້ນ ສຳເລັດການເກັບກຳສະຖິຕິ ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ອາຍຸ 18 ປີ ຕາມສຳມະໂນຄົວ 302.420 ຄົນ ຍິງ 145.862 ຄົນ, ພົນລະເມືອງ ທັງໝົດ 514.471 ຄົນ ຍິງ 246.764 ຄົນ, ຜູ້ມີສິດປ່ອນບັດຕົວຈິງ 277.228 ຄົນ ຍິງ 133.114 ຄົນ; ສຳເລັດການຈັດພິມຮູບ ແລະປະຫວັດຂອງຜູ້ສະໝັກເລືອກຕັ້ງ ແລະ ແຈກຢາຍໃຫ້ແຕ່ລະເຂດເລືອກຕັ້ງເມືອງ; ສຳເລັດການຈັດພິມບັດລົງຄະແນນສຽງ; ສຳເລັດການລົງຊຸກຍູ້ ແລະ ປຸກລະດົມຂະບວນການຕ່າງໆ ແລະ ສຳເລັດການລົງຫາສຽງ.
May be an image of ‎one or more people and ‎text that says '‎พแ2 เรย תם ยาๆแมแร และเล็กเม และ ခောချ 0 သ000000‎'‎‎
ຢ່າງໃດກໍຕາມ, ການຜັນຂະຫຍາຍນິຕິກຳຂອງຄະນະ ກຳມະການເລືອກຕັ້ງລະດັບຊາດ ຈະຫັນເປັນນິຕິກຳຂອງທ້ອງຖິ່ນ ໄດ້ຢ່າງຄົບຖ້ວນກໍຕາມ, ແຕ່ຖ້າທຽບໃສ່ການຈັດ ຕັ້ງປະຕິບັດວຽກງານເລືອກຕັ້ງໃນແຕ່ລະບາດກ້າວ ເຫັນວ່າບາງວຽກຍັງຊັກຊ້າ, ການປະສານງານລະຫ່ວາງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກັບຄະນະກຳມະການເລືອກຕັ້ງຂັ້ນເມືອງ ຍັງບໍ່ທັນໂລ່ງລ່ຽນເທົ່າທີ່ຄວນ, ການເກັບກຳສະຖິຕິຈຳນວນພົນລະເມືອງ, ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ຈຳນວນໜ່ວຍປ່ອນບັດເລືອກຕັ້ງ ໃນທົ່ວແຂວງຍັງມີບາງເຂດເລືອກຕັ້ງຍັງມີຄວາມຊັກຊ້າ.
ຂ່າວ-ພາບ: ກິດຕາ