ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການແຫ່ງຊາດ ຕ້ານເອດ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຕ້ານເອດ ຮ່ວມກັບ ແຂວງວຽງຈັນ.

Dec 17, 2024

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານ ຕ້ານເອດ ຂອງຄະນະກຳມະການແຫ່ງຊາດຕ້ານເອດ ຮ່ວມກັບ ຄະນະກຳມະການຕ້ານເອດ ແຂວງວຽງຈັນ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຣີສອດນາປ່າກວາງ ທ່າລາດ, ແຂວງວຽງຈັນ, ໃນວັນທີ 17 ທັນວາ 2024 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ສຈ. ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດຕ້ານເອດ ເຊິ່ງທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະຈະໄດ້ພ້ອມກັນທົບທວນຄືນພາລະບົດບາດ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດຕ້ານເອດ, ພ້ອມທັງຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານເອດມາຮອດປະຈຸບັນ ເພື່ອເປັນການຕິດຕາມ ເປົ້າໝາຍແບບເລັ່ງລັດ (Fast-Tract) ຂອງອົງການສະຫະປະຊາຊາດຕໍ່ວຽກງານຕ້ານເອດພາຍໃນປີ 2025 ໃຫ້ບັນລຸໄດ້ 95-95-95 ແລະ ຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີໃຫ້ໄດ້ພາຍໃນປີ 2030, ພ້ອມທັງທົບທວນຄືນຂໍ້ສະດວກ, ຂໍ້ຍຸ້ງຍາກ, ສິ່ງທ້າທາຍ ແລະ ສິ່ງໃດທີ່ເປັນສິ່ງເອື້ອອຳນວຍຄວາມສະດວກ ໃນການເຄື່ອນໄຫວວຽກງານຕ້ານເອດ ໃນໜຶ່ງປີຜ່ານມາ.
ທ່ານກ່າວຕື່ມອີກວ່າ: ມາເຖິງປະຈຸບັນ ສະພາບການແຜ່ລະບາດຂອງເຊື້ອເຮສໄອວີພະຍາດເອດ ແມ່ນມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ສຳລັບປີ 2023 ພົບຜູ້ຕິດເຊື້ອເພີ້ມ 23% ທຽບໃສ່ປີ2022 ໃນນັ້ນ 81% ແມ່ນກຸ່ມປະຊາກອນສ່ຽງ ອາຍຸ 15-24 ປີ, ໂດຍລວມແລ້ວ ມາເຖິງປະຈຸບັນພວກເຮົາກໍ່ຍັງສາມາດຮັກສາອັດຕາການຕິດເຊື້ອເຮສໄອວີ ໃນລະດັບຕໍ່າ (0,4%) ໃນກຸ່ມປະຊາກອນທົ່ວໄປອາຍຸ 15-49 ປີ.
ສໍາລັບຕົວເລກສະສົມ ຜູ້ຕິດເຊື້ອເຮສໄອວີໃນທົ່ວປະເທດ ແຕ່ປີ 1990 ຮອດເດືອນ 11 ປີ 2024ທັງໝົດ: 22,584 ຄົນ, ຜູ້ຕິດເຊື້ອເຮສໄອວີ ຍັງມີຊີວິດ 16,726 ຄົນ, ເປັນພະຍາດເອດ 7,455 ຄົນແລະ ເສຍຊີວິດແລ້ວ 5,858 ຄົນ, ສະເພາະປີ 2024 ນັບແຕ່ ເດືອນ 1 ຫາ 11 ໄດ້ກວດບົ່ງມະຕິວ່າຕິດເຊື້ອເຮສໄອວີ ແມ່ນ 1,896 ຄົນ.
ທີ່ມາ: ແຂວງວຽງຈັນ