ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການໂຄງການຊ່ວຍເຫຼືອເງິນສົດເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ຕິດຕາມການແຈກເງິນສົດຢູ່ 20 ບ້ານເປົ້າໝາຍ

Oct 4, 2024

ໃນລະຫວາງວັນທີ 1 ຫາ ວັນທີ 4 ຕຸລາ 2024 ນີ້ຄະນະກຳມະການໂຄງການຊ່ວຍເຫຼືອເງິນສົດ ແລະ ຍົກລະດັບການດໍາລົງຊີວິດແບບຍືນຍົງ ເພື່ອຄໍ້າປະກັນສະ ບຽງອາຫານ ແລະ ໂພຊະນາການ ທີ່ມີຄວາມຍືນຍົງຢູ່ໃນ 20 ບ້ານຂອງເມືອງທ່າແຕງ, ໄດ້ລົງຕິດຕາມການແຈກຢາຍເງິນສົດໃຫ້ກຸ່ມເປົ້າໝາຍຢູ່ເມືອງທ່າແຕງ.
ພິທີມີຂຶ້ນທີ່ບ້ານ ກົກພຸງເໜືອເມືອງທ່າແຕງ ແຂວງເຊກອງ.
ທ່ານ ສຸດສະໜົງ ຄຳສິງສະຫວັດ ຕາງໜ້າພະແນກແຜນການແລະການລົງ ທຶນແຂວງເຊກອງ ໃຫ້ຮູ້ວ່າ: ຈຸດປະສົງໃນການລົງຕິດຕາມແຈກຢາຍເງິນສົດໃນຄັ້ງນີ້: ເພື່ອຕິດຕາມເບິ່ງສະພາບການຮັບເງິນຕົວຈິງຂອງປະຊາຊົນ, ເພື່ອແກ້ໄຂຄວາມຕ້ອງການດ້ານອາຫານ ແລະ ໂພຊະນາການອັນຮີບດ່ວນຂອງຄົວເຮືອນ ທີ່ມີກຸ່ມສ່ຽງໄປສູ່ຄວາມສ່ຽງສູງທາງດ້ານໂພຊະນາການ. ນອກນີ້ ຍັງເປັນການສົ່ງ ເສີມຟື້ນຟູຄວາມເປັນອິດສະຫຼະໃນການຄຸ້ມຄອງດ້ານສະບຽງອາຫານ ແລະ ການປັບຕົວຂອງປະຊາຊົນເພື່ອຮັບມືໃນທຸກສະພາບທີ່ມີຄວາມສ່ຽງ. ໂດຍເປົ້າໝາຍທີ່ຈະໄດ້ຮັບເງິນ ແມ່ນແມ່ຍິງຖືພາຫຼືແມ່ຍິງທີ່ລ້ຽງລູກດ້ວຍນົມແມ່,ແມ່ຫຼືຜູ້ປົກຄອງເດັກທີ່ມີອາຍຸລ່ມ 2 ປີ ແລະ ຜູ້ອຳນວຍຄວາມສະດວກຂັ້ນບ້ານ.
ສໍາລັບຢູ່ບ້ານ ກົກພຸງເໜືອແມ່ນມີເປົ້າໝາຍໄດ້ຮັບເງິນສົດທັງໝົດ 60 ຄອບ ຄົວເປັນເງິນ 154 ລ້ານ 8 ແສນກີບ. ທົ່ວເມືອງທ່າແຕງ ມີເປົ້າໝາຍແຈກຢາຍເງິນທັງໝົດມີ 20 ບ້ານ, ມີ 1,034 ຄອບຄົວ, ຜູ້ໜຶ່ງໄດ້ຮັບເງິນສົດ 2,580.000 ກີບຕໍ່ຄົນ. ລວມເປັນເງິນທັງໝົດ 2 ຕື້ 6 ຮ້ອຍລ້ານກວ່າກີບ.
ຂ່າວ-ພາບ: ແດນວົງວິຈິດ, ຂ່າວເມືອງທ່າແຕງ