ຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ

ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈໍາປີ 2024 ຂອງຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ, ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ນີ້,ຢູ່ທີ່ສະໂມສອນຂອງກອງບັນຊາການ ທະ ຫານແຂວງຈໍາປາສັກ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງ, ປະທານ ປກຊ-ປກສ ແຂວງຈໍາປາສັກ.
ສະຫາຍ ພັນເອກ ສີໄຄ ທິບພະຈັກ ຫົວໜ້າຫ້ອງການ ປກຊ- ປກສ ແຂວງຈໍາປາສັກ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານຮອບດ້ານໄລຍະຜ່ານມາ, ເຊິ່ງ 1 ປີ ຜ່ານມາຄະນະພັກ – ຄະນະບັນຊາ ໄດ້ຫັນເອົາພະນັກງານ ລົງກໍ່ສ້າງຮາກ ຖານການເມືອງ ຕາມມູນເຊື້ອ ເພື່ອປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ,ປັບປຸງກໍາລັງກອງຫຼອນຢູ່ແຕ່ລະບ້ານ. ໃນທົ່ວແຂວງ ໄດ້ປັບປຸງການກໍ່ສ້າງທ່າສະໜາມ 61 ກຸ້ມບ້ານ, ມີກຸ່ມບ້ານສູ້ຮົບຕິດລ່ຽນ 125 ກຸ່ມບ້ານ, ບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ 301 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 587 ບ້ານ, ໃນປີ 2024 ມີ 21 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 603 ບ້ານ, ບ້ານພັດທະນາ 589 ບ້ານ, ບ້ານປອດຢາເສບຕິດ 12 ບ້ານ. ນອກນີ້ ຄະນະກໍາ ມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ຄະນະພັກ-ຄະນະບັນຊາ ທຸກຫົວໜ່ວຍກົມກອງ ຕັ້ງໜ້າສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແກ່ກຳລັງຂອງຕົນ ໂດຍຖືເອົາການຈັດຕັ້ງເຜີຍແຜ່ ມູນເຊື້ອຜົນງານຂອງກອງທັບຄື 3 ທາດແທ້ 6 ມູນເຊື້ອ,ໂຄສະນາສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ເຊື່ອມຊືມແນວທາງ ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ເພື່ອແນໃສ່ເຮັດສຳເລັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງ ກັນປະເທດ ແລະ 4 ຄາດໝາຍ 4 ແຜນງານ 41 ໂຄງ ຂອງກະຊວງປ້ອງກັນຄວາມສະງຫງົບ ວາງອອກ ໃຫ້ປະກົດຜົນເປັນຈິງ.
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນໂອ້ລົມ ແລະ ຕີ ລາຄາສູງຕໍ່ບົດສະຫຼຸບກັບການປະກອບຄໍາຄິດເຫັນຂອງບັນດາຄະນະຜູ້ແທນ, ພ້ອມທັງຍ້ອງຍໍຊົມເຊີຍຕໍ່ໝາກຜົນແຫ່ງຄວາມ ສໍາເລັດທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາທຸກຂັ້ນ ສືບຕໍ່ໃນການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຕາໜ່າງວຽກງານ ປກຊ- ປກສ ຢູ່ຂັ້ນຮາກຖານໃຫ້ກວ້າງຂວາງ ຕິດພັນສອດຫ້ອຍໄປກັບການພັດທະນາ ຊົນນະບົດຮອບດ້ານໃຫ້ໄດ້ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 4 ແຜນງານ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ມີຜົນສໍາເລັດ.
ຂ່າວ: ດາວົງ ບຸດຕະວົງ
ພາບ: ນາງ ສີລິຄານ ສີດາວົງ



