ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມະການ ສນຊ ພົບປະຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງເຫງະອານ

Oct 1, 2024

ຫວ່າງມໍ່ໆ ມານີ້, ຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບຄະ ນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງເຫງະອານ ສສ ຫວຽດນາມ ຝ່າຍລາວນຳໂດຍທ່ານ ອ໋ອດ ພົງສະ ຫວັນ ຮອງປະທານຜູ້ບໍ່ປະຈຳການ ສນຊ, ຝ່າຍຫວຽດນາມ ນຳໂດຍທ່ານ ວໍ້ ທິ ມິງ ຊິງ ຄະນະປະຈຳພັກແຂວງ ປະທານແນວໂຮມປະເທດຊາດຫວຽດນາມ ແຂວງເຫງະອານ ພ້ອມດ້ວຍຄະນະຜູ້ ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ໃນພິທີ, ທ່ານປະທານແນວໂຮມປະເທດຊາດຫວຽດນາມ ແຂວງເຫງະອານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານໂດຍຫຍໍ້ກ່ຽວກັບວຽກງານແນວໂຮມຂອງແຂວງໃນໄລຍະຜ່ານມາ ຊຶ່ງໄດ້ໃຫ້ຮູ້ວ່າແນວໂຮມປະເທດຊາດຫວຽດນາມແຂວງເຫງະອານ ໄດ້ເອົາໃຈໃສ່ຊຸກຍູ້ປຸກລະດົມຄວາມສາມັກຄີປອງດອງຂອງປະຊາຊົນບັນດາ ເຜົ່າພາຍໃນທົ່ວແຂວງ ໂດຍສະເພາະການປຸກລະດົມພາກສ່ວນຕ່າງໆ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນຜູ້ທີ່ທຸຸກຍາກຢູ່ເຂດຫ່າງໄກສອກຫຼີກ-ຊົນນະບົດ ຊຶ່ງໄດ້ປຸກເຮືອນໃຫ້ປະຊາຊົນທີ່ທຸກຍາກທັງໝົດ 8 ພັນກວ່າຫຼັງ, ບັນລຸໄດ້ 52 ຂອງແຜນງານປະຈຳປີ ພ້ອມດຽວກັນນັ້ນ, ຍັງໄດ້ປຸກລະດົມທຶນເພື່ອຊ່ວຍເຫຼືອປະຊາ ຊົນທີ່ປະສົບອຸທົກກະໄພໄດ້ 3 ພັນກວ່າຄົນ; ປຸກລະດົມປະຊາ ຊົນຊາວຫວຽດນາມນຳໃຊ້ຜະລິດຕະພັນຂອງປະເທດຕົນເອງ ແລະ ປຸກລະດົມໃຫ້ປະຊາຊົນທຳການຜະລິດກະສິກຳເປັນສິນຄ້າອີກດ້ວຍ.
ໃນໂອກາດນີ້, ທ່ານ ອ໋ອດ ພົງສະຫວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຄະນະກຳມະ ການແນວໂຮມປະເທດຊາດຫວຽດນາມ ແຂວງເຫງະອານ ຊຶ່ງໄດ້ຍົກໃຫ້ເຫັນສະພາບລວມໃນການເຄື່ອນໄຫວວຽກງານ ກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດໃນໄລຍະຜ່ານມາ ຊຶ່ງໄດ້ສົ່ງເສີມໃຫ້ປະຊາຊົນທຳການຜະລິດກະສິ ກຳເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ແກ້ໄຂຊີວິດການເປັນຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ແຂວງເຫງະອານ ສືບຕໍ່ຊ່ວຍ ເຫຼືອທາງດ້ານວິຊາການ ທາງດ້ານການກະເສດເພື່ອມາຊ່ວຍວິໄຈດິນທຳການຜະລິດຢູ່ ສປປ ລາວ ໂດຍສະເພາະຢູ່ບັນດາແຂວງພາກເໜືອທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ແຂວງແຮກສ່ຽວກັບແຂວງເຫງະອານ ພ້ອມທັງຊ່ວຍຍົກ ລະດັບວຽກງານວິຊາການໃຫ້ພະນັກງານຮັບຜິດຊອບວຽກ ງານກະສິກຳຂອງ ສປປ ລາວ; ສະເໜີໃຫ້ບັນດາແຂວງແຮກສ່ຽວສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືຢູ່ຂັ້ນແຂວງໃຫ້ໄດ້ຮັບຜົນ ສຳເລັດຫຼາຍຂຶ້ນກວ່າເກົ່າ.
ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນຕໍ່ບາງວຽກງານທີ່ຈະຕ້ອງສືບ ຕໍ່ຮ່ວມມືກັນໃນຕໍ່ໜ້າ. ຈາກນັ້ນ, ຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຂດພັດທະນາອຸດສາຫະກຳ WHA Group, ເຂດພັດທະ ນາ VSIP, ຢ້ຽມຢາມຄອບຄົວຕົວແບບໃນການເຮັດນ້ຳປາ-ກະປິ, ອາຫານທະເລທີ່ເປັນສິນຄ້າຂະໜາດນ້ອຍ ແລະ ຢ້ຽມຢາມເຂດຮ່ອງຮອຍປະຫວັດສາດຂອງແຂວງຈໍານວນໜຶ່ງຕື່ມອີກ.
ຂ່າວ-ພາບ: ຢຢ