ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກຳມາທິການເອີຣົບ, ລັດຖະບານເເຫ່ງ ສປປ ລາວ ແລະອົງການຢູນິເຊັບ ສະເຫຼີມສະຫຼອງຜົນສຳເລັດໃນການຮຽນຮູ້ເເບບດີຈີຕອນ

Mar 20, 2024

ຄະນະກຳມາທິການເອີຣົບ, ລັດຖະບານເເຫ່ງ ສປປ ລາວ ແລະອົງການຢູນິເຊັບ ສະເຫຼີມສະຫຼອງຜົນສຳເລັດໃນການຮຽນຮູ້ເເບບດີຈີຕອນ
ວັນທີ 14 ມີນາ 2024 ທີ່ນະຄອນຫຼວງວຽງຈັນ – ຜູ້ແທນລະດັບສູງຈາກສະຫະ ພາບເອີຣົບ, ການນໍາລະດັບສູງຈາກກະຊວງສຶກສາທິການ ແລະ ກິລາ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ລົງຢ້ຽມຢາມໂຮງຮຽນປະຖົມທີ່ນະຄອນຫຼວງວຽງຈັນ ເພື່ອຮ່ວມກັນສະເຫຼີມສະຫຼອງຜົນສຳເລັດຂອງຖານຂໍ້ມູນການຮຽນການສອນ “ຄັງປັນຍາລາວ” ເເລະ ການຮ່ວມມືໃນດ້ານສຶກສາ ໂດຍແນໃສ່ເສີມຂະຫຍາຍໝາກຜົນທາງດ້ານການສຶກສາຜ່ານການຄຸ້ມຄອງ ແລະການຕິດຕາມຂໍ້ມູນ ພ້ອມທັງການກໍານົດນະໂຍບາຍທີ່ດີກວ່າ.
ງານດັ່ງກ່າວເເມ່ນໄດ້ຮັບກຽດເຂົ້າຮ່ວມໂດຍຄະນະກຳມາທິການການຮ່ວມມືສາ ກົນຂອງເອີຣົບ, ທ່ານ ນາງ ຢຸດຕາ ອູພິໄລແນັນ,ພ້ອມດ້ວຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ທ່ານນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ.
ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ທ່ານນາງ ຢຸດຕາ ອູພິໄລແນັນ ໄດ້ມອບເຄື່ອງແທັບແລັດໃຫ້ເກ່ລັດຖະມົນຕີກະຊວງ ສຶກສາທິການ ແລະກິລາ ແລະໂຮງຮຽນປະຖົມທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ເພື່ອເປັນການສະແດງໃຫ້ເຫັນເຖິງຜົນປະໂຫຍດຂອງການຫັນເປັນດີຈີຕອນ ເເລະການນຳໃຊ້ເຄື່ອງມືດີຈີຕອນໃນການສຶກສາເພື່ອເສີມສ້າງການຮຽນຮູ້ສໍາລັບນັກຮຽນ ແລະ ພັດທະນາທັກສະຂອງຄູອາຈານ.
ທ່ານ ນາງ ຢຸດຕາ ອູພິໄລແນັນ, ຄະນະກຳມາທິການ ການຮ່ວມມືສາກົນ ຂອງເອີ ຣົບ, ໄດ້ຍົກຍ້ອງ ໂຄງການລິເລີ້ມດັ່ງກ່າວ ເເລະ ກ່າວວ່າ: “ຄັງປັນຍາລາວ” ເປັນຕົວ ຢ່າງຂອງຜົນສໍາເລັດທີ່ສະແດງໃຫ້ເຫັນວ່າ ການຮ່ວມມື ແລະ ນະວັດຕະກໍາ ສາມາດນໍາໄປສູ່ການແກ້ໄຂສິ່ງທ້າທາຍ ທີ່ ທັງນັກຮຽນ ແລະ ຄູສອນໄດ້ປະເຊີນໜ້າຢູ່. ຂ້າພະ ເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນຄວາມຄືບໜ້າຂອງວຽກງານການສຶກສາ ໃນ ສປປ ລາວ ຜ່ານການຮ່ວມມືກັບ ສະຫະພາບເອີຣົບ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາລະບົບການສຶກສາທີ່ມີຄວາມຍືດຢຸ່ນ ແລະ ມີຄວາມກວມລວມທີ່ກວ້າງຂວາງ, ພ້ອມຍັງ ສອດຄ່ອງກັບບັນດາບູລິມະສິດຂອງປະເທດ ແລະ ຍຸດທະສາດການລົງທຶນ ຂອງ ສະຫະພາບເອີຣົບ.”
ໃນປີ 2021, ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາ “ຄັງປັນຍາລາວ” ຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ກັບການສຶກ ສາ ໃນ ສປປ ລາວ. ໃນປັດຈຸບັນ, “ຄັງປັນຍາລາວ” ໄດ້ມີຜູ້ທີ່ລົງທະບຽນນໍາໃຊ້ແລ້ວ ຫຼາຍກວ່າ 140,000 ຄົນ. ໂຄງການລິເລີ່ມນີ້ ໄດ້ຮັບການສະຫນັບສະຫນູນດ້ານງົບປະມານຈາກ ສະຫະພາບເອີຣົບ ເເລະ ເປັນສ່ວນຫນຶ່ງຂອງໂຄງການ ສ້າງຖານຂໍ້ມູນການຮຽນຮູ້ (Learning Passport) ຂອງ ອົງການຢູນິເຊັບ ທີ່ສ້າງຂື້ນຮ່ວມກັບ ບໍລິ ສັດ Microsoft, ໄດ້ຊ່ວຍຮັບປະກັນການຮຽນຮູ້ຢ່າງຕໍ່ເນື່ອງ ສໍາລັບນັກຮຽນແຕ່ ຫ້ອງກຽມປະຖົມ ຈົນເຖິງຂັ້ນ ມ.7 ແລະ ປັບປຸງຄວາມຮູ້ທາງດ້ານດີຈີຕອນ ໃນກຸ່ມນັກຮຽນ ເເລະ ຄູອາຈານ.
ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ໄດ້ຍົກໃຫ້ເຫັນເຖິງບົດບາດຂອງ “ຄັງປັນຍາລາວ” ໃນການແກ້ໄຂບັນຫາການເຊື່ອມສານທາງດ້ານດີຈີຕອນ: “ຄັງປັນຍາລາວ” ເປັນຫຼັກຖານທີ່ຢັ້ງຢືນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໃນການຮັບປະກັນໃຫ້ເດັກທຸກຄົນ, ບໍ່ວ່າພວກເຂົາຈະຢູ່ເຂດຕົວເມືອງ ຫຼື ຊົນນະບົດ, ໃຫ້ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້. ພວກເຮົາຂໍສະເເດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາຂອງພວກເຮົາທີ່ໄດ້ໃຫ້ການສະ ຫນັບສະຫນູນເພື່ອເຮັດໃຫ້ວິໄສທັດນີ້ກາຍເປັນຄວາມຈິງໄດ້.”
ໂຄງການສ້າງຖານຂໍ້ມູນການຮຽນຮູ້ (Learning Passport) ຂອງອົງການຢູນິເຊັບ ໄດ້ຖືກຮັບການຍ້ອງຍໍວ່າເປັນໜຶ່ງໃນສິ່ງປະດິດທີ່ມີນະວັດຕະກຳທີ່ສຸດ ໂດຍ ວາລະສານ TIME ໃນປີ 2021 ແລະຍັງເປັນຜູ້ເຂົ້າຮອບສຸດທ້າຍສຳລັບລາງວັນ Education and Developing-World Technology ໃນ ວາລະສານ Fast Company’s 2021 World Changing Ideas, ເຊິ່ງໄດ້ສະແດງໃຫ້ເຫັນທ່າແຮງຂອງໂຄງການດັ່ງກ່າວເພື່ອເປັນວິທີການແກ້ໄຂສິ່ງທ້າທາຍດ້ານການສືກສາໃນລະດັບໂລກ ໃນດ້ານການຮັບປະກັນການຮຽນເເບບຕໍ່ເນື່ອງ, ການປັບປຸງຄຸນນະພາບການສຶກສາ ເເລະການສ້າງທັກສະ.
ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າຈາກ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາຂອງອົງການຢູນິເຊັບໃນການສະໜັບສະໜູນນະວັດຕະກຳດ້ານການສຶກສາ ເພື່ອຮັບປະກັນວ່າເດັກທຸກຄົນຈະໄດ້ຮັບການສຶກສາທີ່ດີ: “ຜົນສຳເລັດຂອງ ຄັງປັນຍາລາວ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງພະລັງແຫ່ງການຮ່ວມມື ແລະ ເຕັກໂນໂລຊີ ໃນການໝູນໃຊ້ຄວາມຮູ້ດ້ານວິທະຍາສາດການຮຽນຮູ້, ຕັ້ງແຕ່ຊັ້ນກຽມປະຖົມ ເຖິງ ຊັ້ນມັດທະຍົມຕອນຕົ້ນ, ເພື່ອເສີມຂະຫຍາຍໝາກຜົນທາງດ້ານການສຶກສາ. ອົງການຢູນິເຊັບ ມີຄວາມພາກພູມ ໃຈທີ່ໄດ້ເປັນສ່ວນໜຶ່ງຂອງການຫັນປ່ຽນດ້ານການສຶກສາ ທີ່ມີທ່າແຮງໃນການຮັບ ປະກັນໃຫ້ເດັກນ້ອຍທຸກຄົນມີໂອກາດໃນການຮຽນຮູ້ ແລະ ຈະເລີນເຕີບໂຕ.” ການ
ຢ້ຽມຢາມໃນຄັ້ງນີ້ເປັນການສະເຫຼີມສະຫຼອງຜົນສຳເລັດຮ່ວມກັນໃນການພັດທະນາການສຶກສາດ້ານດີຈີຕອນໃນ ສປປ ລາວ ແລະ ການວາງທິດທາງໃນການພັດທະນານະວັດຕະກຳດ້ານການສຶກສາໃນຂ້າງຫນ້າ, ໂດຍມີເປົ້າຫມາຍໃນການສ້າງຄວາມເຂັ້ມແຂງໃຫ້ຄົນຮຸ່ນໃໝ່ ໃຫ້ພວກເຂົາມີທັກສະ ແລະ ຄວາມຮູ້ເພື່ອປະສົບຜົນສໍາເລັດໃນໂລກຍຸກດີຈີຕອນ.