ວັນທີ 30 – 31 ກໍລະກົດ 2024 ນີ້ ທ່ານພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຜົນກະທົບຈາກໄພພິບັດຢູ່ 3 ເມືອງຂອງແຂວງຫົວພັນຄື: ເມືອງຫົວເມືອງ, ເມືອງຮ້ຽມ ແລະ ເມືອງຊ່ອນ, ສະພາບຄວາມເສຍຫາຍເບື້ອງຕົ້ນ ຈາກໄພພິບັດທີ່ເກີດຂຶ້ນໃນລະຫວ່າງວັນທີ 24 – 25 ກໍລະກົດ 2024 ໄດ້ມີຝົນຕົກໜັກຫຼາຍ ເຮັດໃຫ້ປະລິມານນໍ້າ ຂອງແຕ່ລະແມ່ນໍ້າ ຢູ່ 3 ເມືອງ ເພີ່ມສູງຂຶ້ນກະທັນຫັນ ເກີດມີໄພນໍ້າຖ້ວມພື້ນທີ່ທໍາການຜະລິດ, ສັດລ້ຽງ, ເສັ້ນທາງ, ຂົວຂ້າມນໍ້າເປ່ເພ, ຕົ້ນໄມ້ລົ້ມທັບສາຍໄຟຟ້າ, ສາຍສັນຍານໂທລະສັບຂາດຫາຍຫຼາຍຈຸດ, ລະບົບນໍ້າສະອາດ, ເຮືອນຊານທີ່ຢູ່ອາໄສຂອງປະຊາຊົນ, ສິ່ງປຸກສ້າງຕ່າງໆ, ສ້າງຜົນເສຍຫາຍຕໍ່ຊັບສິນລວມຂອງລັດ ແລະ ຊັບສິນຂອງປະຊາຊົນບັດດາເຜົ່າຢ່າງໜັກໜ່ວງ, ໃນນີ້ເມືອງຫົວເມືອງ ດິນເຈື່ອນທັບຖົມເຮືອນ 1 ຫຼັງ, ເນື້ອທີ່ນາ 177 ເຮັກຕາກ່ວາ, ເນື້ອທີ່ໄຮ່ສາລີ 36 ເຮັກຕາກ່ວາ, ໜອງປາ 55 ໜອງ, ປາ 1 ພັນ 400 ກ່ວາກິໂລ, ຄອງເໝືອງ 1 ພັນກ່ວາແມັດ, ທໍ່ 265 ໂຄ້ງ, ທາງຊົນນະບົດເລກທີ 3220 ຍາວ 11 ກິໂລແມັດເຄິ່ງ, ເສົາໄຟຟ້າຫັກ 4 ຕົ້ນ, ນໍ້າລິນ 11 ຈຸດ, ຄວາມຍາວທໍ່ຢາງ 1 ພັນ 600 ແມັດ, ເມືອງຮ້ຽມ ເນື້ອທີ່ນາເສຍຫາຍ 129 ເຮັກຕາກ່ວາ, ເນື້ອທີ່ໄຮເຂົ້າ 12 ເຮັກຕາກ່ວາ, ໄຮສາລີ 100 ເຮັກຕາກ່ວາ, ສັດປີກ 215 ໂຕ, ສັດໃຫຍ່ປະເພດ ງົວ, ຄວາຍ, ແບ້, ໝູ 14 ໂຕ, ໜອງປາ 38 ໜອງຊົນລະປະທານ, ຄອງເໝືອງ ແລະ ທໍ່ນໍ້າໃສ່ນາ, ເສົາໄຟຟ້າລົ້ມ 48 ຕົ້ນ, ສາຍໄຟຂາດ 680 ຈຸດ, ຄອນສາຍຫັກ 43 ຈຸດ, ນໍ້າລິນໄດ້ຮັບຜົນກະທົບ 10 ບ້ານ, ເສັ້ນທາງ 1C ເຄື່ອນຍ້າຍດິນເຈື່ອນ ແລະ ສິ່ງກີດຂວາງມີບໍລິມາດ 36 ພັນ 300 ກ່ວາແມັດກ້ອນ, ເສັ້ນທາງເລກທີ 3209 ດິນເຈື່ອນ ມີບໍລິມາດ 9 ພັນ 500 ກ່ວາແມັດກ້ອນ, ເມືອງຊ່ອນ ມີບ້ານໄດ້ຮັບຜົນກະທົບ 19 ບ້ານ, ເຮືອນເປ່ເພ 24 ຫຼັງ ເສຍຫາຍ 100% 4 ຫຼັງ ແລະ ຊັບສິນຕ່າງໆ, ນໍ້າໄຫຼຊຸ, ດິນຖົມເນື້ອທີ່ນາ ເສຍຫາຍ 180 ເຮັກຕາກ່ວາ, ໜອງປາ 30 ກ່ວາໜອງ, ສັດປີກເສຍຫາຍ 100 ກ່ວາໂຕ, ງົວ 1 ໂຕ, ຊົນລະປະທານຖາວອນເສຍຫາຍ 2 ແຫ່ງ, ຝາຍໄມ້ເປ່ເພເສຍຫາຍ 13 ແຫ່ງ, ຄອງເໝືອງຖືກດິນຖົມ ບໍ່ສາມາດສະໜອງນໍ້າມສ່ນາໄດ້ ປະມານ 200 ເຮັກຕາກ່ວາ, ເສົາໄຟຟ້າຫັກ, ລົ້ມ 35 ເສົາ, ເຮືອນຈັກໄຟຟ້າຂະ ໜາດນ້ອຍ ພ້ອມເຮືອນນອນພະນັກງານຖືກນໍ້າຖ້ວມ, ເຊາະເຈື່ອນໄຫຼ ທົ່ວເມືອງບໍ່ມີໄຟຟ້າໃຊ້, ທາງເປ່ເພຫຼາຍຈຸດ ຂົວອູ່ເປ່ເພ 2 ແຫ່ງ, ປະຕູໂຂງເຂົ້າເມືອງ 1 ແຫ່ງ, ລະບົບນໍ້າເປ່ເພ ພາຍໃນເທດສະບານບໍ່ມີນໍ້າສະອາດໃຊ້, ຕາມການລົງເກັບກໍາຂໍ້ມູນໃນເບື້ອງຕົ້ນ ເຫັນວ່າຜົນເສຍຫາຍທັງສາມເມືອງລວມທັງໝົດ 37 ຕື້ກ່ວາກີບ, ໃນນີ້ເມືອງຫົວເມືອງເສຍຫາຍ 2 ຕື້ກ່ວາກີບ, ເມືອງຮ້ຽມ 16 ຕື້ກ່ວາກີ ແລະ ເມືອງຊ່ອນ 18 ຕື້ກ່ວາກີບ, ສ່ວນລາຍລະອຽດຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງຈະໄດ້ພ້ອມກັນສືບຕໍ່ລົງເກັບກໍາຂໍ້ມູນ ຜົນເສຍຫາຍຈາກໄພພິບັດໃນຄັ້ງນີ້ຄື້ນຕື່ມອີກ.
ໂອກາດນີ້ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ ຍັງໄດ້ຕາງໜ້າການນໍາແຂວງ ມອບເງິນຊ່ວຍເຫຼືອບັນເທົາທຸກ ໄພພິບັດໃນເບື້ອງຕົ້ນ ໃຫ້ແກ່ເມືອງຫົວເມືອງ 40 ລ້ານກີບ, ເມືອງຮ້ຽມ ແລະ ເມືອງຊ່ອນ ເມືອງລະ 50 ລ້ານກີບ, ພ້ອມນີ້ບັດດາພະແນກການຂອງແຂວງກໍ່ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ 3 ເມືອງດັ່ງກ່າວອີກຈໍານວນໜື່ງອີກດ້ວຍ.









