ຄະນະກໍາມະການຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ສາລະພິດ ສູນວໍລະວົງ, ກໍາມະການພັກນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຈັດພິທີຖະແຫຼງຂ່າວກ່ຽວກັບການຕອບໂຕ້ ແລະ ຟື້ນຟູໄພພິບັດພະຍຸໝາກເຫັບຕົກ ຢູ່ເມືອງສີໂຄດຕະບອງ ແລະ ເມືອງ ນາຊາຍທອງ ໃນວັນທີ 8 ເມສາ 2026 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ.
ທ່ານ ສາລະພິດ ສູນວໍລະວົງ ແຈ້ງໃຫ້ຮູ້ວ່າ: ພາຍຫຼັງເກີດໄພພິບັດ, ຄະນະຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ໄດ້ສົມທົບກັບອົງການປົກຄອງແຕ່ລະບ້ານ ເລັ່ງເກັບກຳຂໍ້ມູນຈໍານວນບ້ານ ແລະ ຫຼັງຄາເຮືອນ ທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ ພ້ອມທັງວາງແຜນຕອບໂຕ້ສຸກເສີນຮີບດ່ວນ, ພົບປະປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແນໃສ່ລະດົມຈິດໃຈໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະໄດ້ເລັ່ງໃສ່ບັນຫາຮີບດ່ວນ ເປັນຕົ້ນໄຟຟ້າ, ອິນເຕີເນັດ, ນໍ້າປະປາ, ນໍ້າໃຊ້ຄົວເຮືອນ, ຂີ້ເຫຍື້ອ, ສິ່ງເສດເຫຼືອຂອງກະເບື້ອງ ສັງກະສີ ແລະ ເຄື່ອງອຸປະໂພກ ບໍລິໂພກຕ່າງໆທີ່ຈຳເປັນ, ປຸກລະດົມການຊ່ວຍເຫຼືອທາງດ້ານແຮງງານ ຈາກກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊາວໜຸ່ມສູນກາງ ແລະ ຊາວໜຸ່ມຈາກຂະແໜງການອ້ອມຂ້າງນະຄອນຫຼວງ ເລັ່ງສ້ອມແປງຫຼັງຄາເຮືອນໃຫ້ປະຊາຊົນ. ໃນນີ້ໄດ້ຈັດບູລິມະສິດໃນການຊ່ວຍເຫຼືອເບື້ອງຕົ້ນ ເຊິ່ງໄດ້ແຍກອອກເປັນ 3 ປະເພດ ຄື: ຄອບຄົວທີ່ໄດ້ຮັບຜົນກະທົບ ທັງເປັນຄອບຄົວທີ່ທຸກຍາກຈະໄດ້ຮັບການຊ່ວຍເຫຼືອເປັນບູລິມະສິດທີ 1 ຄອບຄົວທີ່ໄດ້ຮັບຜົນກະທົບແຕ່ເປັນຄອບຄົວທີ່ມີເສດຖະກິດປານກາງ ສາມາດຊ່ວຍຕົນເອງໄດ້ ຈະໄດ້ຮັບການຊ່ວຍເຫຼືອເປັນບູລິມະສິດທີ 2 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ແຕ່ເປັນຄອບຄົວທີ່ມີເສດຖະກິດດີ ແລະ ສາມາດຊ່ວຍຕົນເອງໄດ້ຈະໄດ້ຮັບການຊ່ວຍເຫຼືອເປັນບູລິມະສິດທີ 3, ນອກນີ້ ຄະນະກໍາມະການຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຍັງໄດ້ຈັດກອງປະຊຸມວາງແຜນຕອບໂຕ້ເຕັມຮູບແບບ ໂດຍມອບໝາຍໃຫ້ກໍາມະການພັກນະຄອນ ຫຼວງວຽງຈັນ ເພື່ອລົງຊີ້ນໍາ-ນໍາພາ ແລະ ຜ່ານການຈັດຕັ້ງປະຕິບັດໃນການຕອບໂຕ້ ແລະ ຟື້ນຟູ ຈາກພາ ຍຸໝາກເຫັບຕົກຢູ່ສອງເມືອງດັ່ງກ່າວ ຄະນະຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ຂໍຢັ້ງຢືນວ່າ: ການ ຈັດຕັ້ງປະຕິບັດມີຄວາມຄືບໜ້າເປັນສ່ວນໃຫຍ່.
ທ່ານ ສາລະພິດ ສູນວໍລະວົງ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດການຕອບໂຕ້ ແລະ ການຟື້ນຟູ ຂອງຄະນະກໍາມະການຄຸ້ມຄອງໄພພິບັດນະຄອນຫຼວງວຽງຈັນ ແລະ ເມືອງ ໃນໄລຍະຜ່ານມາ ໄດ້ສຸມໃສ່ແກ້ໄຂຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ, ຢູ່ເມືອງສີໂຄດຕະບອງ ມີ 10 ບ້ານ, 6.386 ຫຼັງຄາເຮືອນ; ເມືອງນາຊາຍທອງ 8 ບ້ານ, 1.502 ຫຼັງຄາເຮືອນ; ເຫດການໄພພິບັດໃນຄັ້ງນີ້ ສ້າງຜົນກະທົບຕໍ່ທີ່ຢູ່ອາໄສຂອງປະຊາຊົນຈໍານວນທັງໝົດ 7.888 ຫຼັງຄາເຮືອນ, ໂຮງຮຽນ 11 ແຫ່ງ, ວັດ 3 ແຫ່ງ, ຫ້ອງການບ້ານ 1 ຫຼັງ, ສຸກສາລາບ້ານ 1 ແຫ່ງ, ສູນຜະລິດຢາວັກຊິນ 1 ແຫ່ງ, ລົດໃຫຍ່ເປ່ເພ 53 ຄັນ, ປະຊາຊົນໄດ້ຮັບບາດເຈັບ 9 ຄົນ ແລະ ຄ້າຍທະຫານກອງພັນໃຫຍ່ ຈໍ 11 ໄດ້ຮັບຜົນເສຍຫາຍຈໍານວນ 109 ຫຼັງຄາເຮືອນ, ມາຮອດປັດຈຸບັນ ລວມລາຍຮັບການຊ່ວຍເຫຼືອທີ່ໄດ້ຈາກງົບປະມານ ແລະ ການປະກອບສ່ວນຈາກສັງຄົມ ເປັນເງິນສົດທັງໝົດ 14 ຕື້ 45 ລ້ານກີບ, ໃນນີ້ໄດ້ເບີກຈ່າຍຮັບໃຊ້ເຂົ້າໃນວຽກງານແກ້ໄຂສຸກເສີນ ແລະ ມອບເງິນສົດໃຫ້ກັບຄອບຄົວຂອງຜູ້ປະສົບໄພທີ່ຫຍຸ້ງຍາກ ເພື່ອໄດ້ໄປຊື້ວັດຖຸອຸປະກອນທີ່ຈຳເປັນ 3,985,025,000 ກີບ (ສາມຕື້ເກົ້າຮ້ອຍແປດສິບຫ້າລ້ານຊາວຫ້າພັນກີບ) ສ່ວນທີ່ຍັງເຫຼືອແມ່ນຍັງຈະໄດ້ສືບຕໍ່ນໍາໃຊ້ເຂົ້າໃນການແກ້ໄຂຊ່ວຍເຫຼືອຄອບຄົວຜູ້ຖືກຜົນກະທົບ ເພື່ອການຟື້ນຟູຜົນເສຍຫາຍຕ່າງໆ.
ຂ່າວ-ພາບ: ບຸນຍັງ ພຸດສະຫວັດ


