ວັນທີ 20 ມັງກອນ 2026, ຄະນະກໍາມະການເລືອກຕັ້ງລະດັບຊາດ, ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອັດຕະປື, ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ບັນດາອະນຸກຳມະການ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ.
ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານເລືອກຕັ້ງ ໃນວຽກງານບາດກ້າວທີ 1 ໄດ້ປະກາດແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ສ້າງແຜນການດໍາເນີນງານ, ຈັດກອງປະຊຸມຄັ້ງປະຖົມມະລຶກ ແລະກອງປະຊຸມຝຶກອົບຮົມເຜີຍແຜ່ ແລະເຊື່ອມຊຶມ ບັນດາເອກະສານບັ້ນເລືອກຕັ້ງ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະເມືອງ, ສໍາລັບແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າກໍ່ຄືບາດກ້າວທີ 2 ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈະໄດ້ສືບຕໍ່ສຸມໃສ່ ຕິດຕາມ, ຊຸກຍູ້ບັນດາອະນຸກໍາມະການຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງແຕ່ຫົວທີ, ກະກຽມປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເກັບກໍາສະຖິຕິຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງ, ເກັບກໍາ ແລະປະເມີນຄືນການກະກຽມອຸປະກອນຮັບໃຊ້ການເລືອກຕັ້ງໃຫ້ທັນຕາມກໍານົດເວລາ, ຈັດພິມ ແລະ ຜະລິດອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ: ຫີບບັດ, ບັດລົງຄະແນນສຽງ, ປະໍຫວັດຜູ້ສະໝັກ, ໃບຢັ້ງຢືນຂອງຜູ້ມີສິດປ່ອນບັດເລືອກຕັ້ງ, ບັດຕິດເອິກ ຂອງອະນຸຮັບຜິດຊອບຕ່າງໆ ແລະ ອື່ນໆ, ຕິດຕາມ ຊຸກຍູ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງໃນການຈັດຕັ້ງເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານກ່ຽວພັນກັບການເລືອກຕັ້ງໃຫ້ສໍາເລັດ, ຄົ້ນຄວ້າຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V, ກະກຽມ ແລະ ດໍາເນີນກອງປະຊຸມຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອສະຫຼຸບຕີລາຄາວຽກງານໃນບາດກ້າວທີ 2 ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 3 ແລະ 4 ໃຫ້ສໍາເລັດຕາມລະດັບຄາດໝາຍ.

ໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ມີບາງຄໍາເຫັນສະເໜີໃຫ້ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ສືບຕໍ່ຮີບຮ້ອນເອົາໃຈໃສ່ກະກຽມທຸກເງື່ອນໄຂ ເພື່ອໃຫ້ການເລືອກຕັ້ງທັນຕາມກໍານົດເວລາ, ສຸມໃສ່ໂຄສະນາປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເປັນຂະບວນການຟົດຟື້ນ, ຖືເອົາການເລືອກຕັ້ງເປັນຄືກັບປາງບຸນໃຫຍ່ ແລະ ໃຫ້ການເລືອກຕັ້ງບັນລຸຜົນສໍາເລັດ ຮັບປະກັນຕາມ 4 ຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ວິນັດ ສີສຸລາດ


