ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະກໍາມາທິການບັນດາເຜົ່າ ດຳເນີນກອງປະຊຸມຄົບຄະນະປະຈໍາປີ 2024

Nov 8, 2024

ກອງປະຊຸມຄົບຄະນະກໍາມາທິການບັນດາເຜົ່າ (ກບຜ) ປະຈໍາປີ 2024 ຈັດຂຶ້ນໃນວັນທີ 6 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ, ມີບັນດາປະທານ-ຮອງປະທານກໍາມາທິການ ແລະ ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ບັນດາການນໍາຈາກກະຊວງພາຍໃນ, ກະຊວງກະສິກໍາ ແລະ ປ່າໄມ້, ສູນກາງແນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງຮ່າງສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການເຄື່ອນໄຫວປະຈໍາປີ 2025 ຂອງກໍາມາທິການບັນດາເຜົ່າ; ບົດລາຍງານຜົນການຈັດຕັ້ງປະຕິບັດເບື້ອງຕົ້ນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິສະບັບເລກທີ 134/ສພຊ, ລົງວັນທີ 01/7/2024; ການສ່ອງແສງລາຍງານສະພາບພົ້ນເດັ່ນຂອງປະຊາຊົນ-ຊັ້ນຄົນຕ່າງໆ ຕາມການຕິດຕາມກວດກາຂອງອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ; ບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ປະຈໍາປີ 2024 ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິ 02/ສພຊ, ລົງວັນທີ 28/01/2016. ພ້ອມນັ້ນ, ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ສັງລວມຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ 3 ສ້າງຈາກເຂດເລືອກຕັ້ງທີ 2, 7, 8, 9, 12, 16, 17. ຈາກນັ້ນ, ບັນດາຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບຄໍາເຫັນເພີ່ມຕື່ມ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືກັນ ໃນໄລຍະ 1 ປີຜ່ານມາ ລະຫວ່າງ ກໍາມາທິການບັນດາເຜົ່າ ກັບກໍາມະການຂອງ ກບຜ ທຸກເຂດເລືອກຕັ້ງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເພື່ອມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ ໃຫ້ມີຄວາມຄ່ອງຕົວກວ່າເກົ່າ.
ທ່ານ ຄຳຈັນ ໂສຕາປະເສີດ ໄດ້ມີຄໍາເຫັນວ່າ: ຜົນສໍາເລັດຂອງກອງປະຊຸມຄົບຄະນະກໍາມາທິການບັນດາເຜົ່າ ປະຈໍາປີ 2024 ແມ່ນໝາກຜົນລວມຍອດການເຄື່ອນໄຫວໃນໄລຍະ 1 ປີ ຜ່ານມາ ຂອງກໍາມາທິການ ແລະ ບັນດາກໍາມະການຂອງກໍາມາທິການບັນດາເຜົ່າ ທີ່ໄດ້ພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານຈົນໄດ້ຮັບຜົນສໍາເລັດ, ຄຽງຄູ່ກັບຜົນງານໃນ 1 ປີ ຜ່ານມາທີ່ຍາດມາໄດ້ນັ້ນ, ກໍຍັງມີບາງດ້ານຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ນໍາໄປຄົ້ນຄວ້າ ພິຈາລະນາແກ້ໄຂ ເພື່ອຕອບສະໜອງກັບຄວາມຮຽກຮອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ທີ່ພັກ-ລັດ ແລະ ສະພາແຫ່ງຊາດ ໄດ້ມອບໝາຍໃຫ້ ໃຫ້ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ອາລິນ ສຸພິມມະປະດິດ