ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຈັດຕັ້ງສູນກາງພັກ ຈັດພິທີປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງພັກ ຄົບຮອບ 70 ປີ

Mar 27, 2025

ຕອນເຊົ້າວັນທີ 25 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍການໃຫ້ກຽດປາຖະກະຖາຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ.
ໃນພິທີ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ, ພັກ ປປ ລາວ ໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່. ພັກເຮົາເວລາໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນແນວຄິດ-ທິດສິດີຂອງພັກ ສປປ ລາວ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຮູ້ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສະຫຼາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງ ສປປ ລາວ ໃຫ້ມິສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາເປັນກ້າວໆ.
ໃນພິທີດັ່ງກ່າວ ຍັງໄດ້ມີການເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ເຊິ່ງໃຫ້ກຽດເຜີຍແຜ່ໂດຍສະຫາຍ ທອງຈັນ ໂຂງພູມຄໍາ, ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ຕອນບ່າຍຂອງວັນດຽວກັນ ຍັງໄດ້ຈັດໃຫ້ມີກິດຈະກຳ ຖາມ-ຕອບ ຄວາມຮູ້ກ່ຽວກັບພັກ ແລະ ວຽກງານຈັດຕັ້ງຂອງພັກ ພ້ອມທັງມີການຫຼີ້ນກິລາມວນຊົນ ສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ພະນັກງານ-ສະມາຊິກພັກ ໃນໂອກາດຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງພັກ (22 ມີນາ 1955 – 22 ມີນາ 2025) ແລະ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ (25 ມີນາ 1955 – 25 ມີນາ 2025) ຄົບ ຮອບ 70 ປີ ຢ່າງມີເນື້ອໃນ ແລະ ມີຄວາມໝາຍສໍາຄັນ.
ພາບ: ພິດສະໄໝ; ຂ່າວ: ມີໄຊ