ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມວາງພວງມາລາ ເເລະ ໄຫວ້ອາໄລ ເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ.

ຕອນເຊົ້າວັນທີ 4 ເມສາ 2025 ສະຫາຍ ນາງສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວຫນ້າຄະນະຈັດຕັ້ງສູນກາງພັກ ໄດ້ນໍາພາຄະນະພັກ-ຄະນະນໍາ ຕາງຫນ້າສະມາຊິກພັກ-ພະນັກງານ ອ້ອມຂ້າງຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມພິທີວາງພວງມາລາ ເເລະ ໄຫວ້ອາໄລ ເຖິງສະຫາຍພົນເອກຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ.
ໂອກາດນີ້ ສະຫາຍນາງ ສີໃສ ລືເດດມູນສອນ ໄດ້ລົງນາມໄວ້ອາໄລຕໍ່ການຈາກຂອງສະຫາຍຄໍາໄຕ ສີພັນດອນ ເຊີ່ງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ, ພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກມີຄວາມເສົ້າສະຫລົດໃຈ ເເລະ ອາໄລຮັກຢ່າງສຸດຊື້ງຕໍ່ການຈາກໄປຂອງສະຫາຍຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ອະດີດນາຍົກລັດຖະມົນຕີ ເເລະ ອະດີດກໍາມະການສູນກາງພັກສະໄຫມທີ I, II, III, IV, V, VI ເເລະ ສະໄຫມທີ VII, ສະຫາຍພົນເອກ ຄໍາໄຕສີພັນດອນ ເເມ່ນນັກປະຕິວັດທີ່ມີການເຄື່ອນໄຫວໂດດເດັ່ນຂອງພັກເຮົາ, ເເມ່ນນັກຍຸດທະສາດທີ່ມີສິໃສທັດທາງການເມືອງ, ການທະຫານອັນກວ້າງໄກ, ສະຫາຍເເມ່ນຫນື່ງໃນການນໍາຮຸ່ນທໍາອິດຂອງພັກເຮົາ,ທີ່ກໍາຄັນທຸງເເຫ່ງຄວາມສາມັກຄີເປັນເອກກະພາບພາຍໃນພັກ ເເລະ ຖັນເເຖວປະຕິວັດ, ຕະຫລອດໄລຍະແຫ່ງການເຄື່ອນໄຫວຂອງສະຫາຍໄດ້ອຸທິດຊີວິດເຫື່ອເເຮງ ເເລະ ສະຕິປັນຍາເຂົ້າໃນພາລະກິດປົດປ່ອຍຊາດ ເເລະພາລະກິດປ່ຽນເເປງໃຫມ່ຂອງພັກ ເພື່ອພັດທະນາປະເທດຊາດເເລະຄວາມຢູ່ດີກິນດີໃຫ້ເເກ່ປະຊາຊົນລາວບັນເຜົ່າ.
ການຈາກໄປໂດຍບໍ່ມີວັນກັບຄືນມາຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫລວງທີ່ສຸດຂອງພັກ-ລັດ ເເລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືຄະນະຈັດຕັ້ງສູນກາງພັກ, ໃນເວລາອັນໂສກເສົ້າເສຍດາຍນີ້ ຂ້າພະເຈົ້າ ພ້ອມດ້ວຍສະມາຊິກພັກ ພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກຂໍສະເເດງຄວາມໂສກເສົ້າເສຍດາຍ, ອາໄລອາວອນຢ່າງສຸດຊື້ງ ເເລະ ຂໍເເບ່ງເບົາຄວາມທຸກໂສກມາຍັງຄອບຄົວ, ຍາດພີ່ນ້ອງຂອງສະຫາຍມານະໂອກາດນີ້ດ້ວຍ ຂໍໃຫ້ດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ.





