ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວອ້ອມຂ້າງສູນກາງແລກປ່ຽນບົດຮຽນຮ່ວມກັນ

Apr 1, 2024

ໃນຕອນບ່າຍວັນທີ 28 ມີນາ 2024 ກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາໄຕມາດທີ I ປີ 2024 ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງ, ອົງການອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນທີ່ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ (ຫສນຍ) ພາຍໃຕ້ເປັນປະທານຮ່ວມຂອງ ສະຫາຍ ອາ ລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະຫາຍ ມອນໄຊ ລາວມົວ ຊົ່ງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ມີບັນດາສະຫາຍຜູ້ຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ, ອົງການ ແລະ ນະ ຄອນຫຼວງວຽງຈັນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ຕາງໜ້າໃຫ້ຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວຕ້ອນຮັບ ພ້ອມທັງມີຄໍາເຫັນເນັ້ນໜັກຕໍ່ວຽກງານຊາວໜຸ່ມໂດຍສະເພາະ ການບໍລິຫານວຽກງານ 3 ແບບ ຄື: ຕ້ອງມີແບບ ແຜນການດຳລົງຊີວິດ,ແບບແຜນວິທີເຮັດວຽກ ແລະ ແບບແຜນວິທີການນໍາພາທີ່ດີ.ພ້ອມທັງ ຫັນປ່ຽນ 3ດ້ານ ຄື: 1) ຫັນປ່ຽນແນວຄິດລໍຖ້າຄໍາສັ່ງ ໄປສູ່ແນວຄິດຮັບ ຜິດຊອບ ແລະ ການເປັນເຈົ້າການ; 2) ຫັນປ່ຽນແນວຄິດ ບໍ່ມີແຜນດໍາເນີນງານ ມາມີແຜນການ, ແຜນກິດຈະກໍາໃນການເຮັດວຽກ; 3) ຫັນປ່ຽນຈາກການເຮັດວຽກຫຼາຍຂັ້ນຫຼາຍຂອດ ໃຫ້ຜ່ອນຂັ້ນຂອດລົງ ໂດຍສະເພາະ ການບໍລິຫານເອກະສານ ແລະ ອື່ນໆ.
ສະຫາຍ ສົມຄວນ ມາສຸວັນ, ຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຫສນຍ ໄດ້ລາຍງານຫຍໍ້ສະພາບພົ້ນເດັ່ນຂອງການເຄື່ອນໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ຄະນະບໍລິ ຫານງານຊາວໜຸ່ມ ຫສນຍ ແຕ່ລະຂັ້ນ ໄດ້ຕັ້ງໜ້ານຳພາ-ຊີ້ນຳວຽກງານສຶກສາອົບ ຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ໂດຍສະເພາະ ໄດ້ລະດົມໃຫ້ສະ ມາຊິກຊາວໜຸ່ມ ເຂົ້າຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆ ຂອງພັກຂອງຊາດ ຈຳນວນຫຼາຍຄັ້ງ.
ພ້ອມນັ້ນ ໄດ້ເປັນເຈົ້າການໃນການຊ່ວຍຄະນະພັກ-ຄະນະນໍາ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການແຈກຢາຍ ແລະ ຄົ້ນຄວ້າເອກະສານເຂົ້າ-ອອກ, ການປະສານກັບບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເກັບກໍາຂໍ້ມູນບັນຫາຕ່າງໆ ລາຍງານການນໍາ ເພື່ອຊີ້ນໍາໃຫ້ຖືກຕ້ອງ; ເອົາໃຈໃສ່ຕໍ່ການບໍລິການຮັບໃຊ້ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ການປະຕິບັດໜ້າທີ່ ກໍ່ຄືການເຄື່ອນໄຫວວຽກງານ ຂອງການນໍາດ້ວຍຄວາມຮັບຜິດຊອບສູງ; ໄດ້ສໍາເລັດການຂຽນແຜນດໍາເນີນທຸລະກິດຮ້ານກາເຟຊາວໜຸ່ມ ຫສນຍ ແລະ ສະເໜີຮູບແບບການບໍລິຫານ ທີ່ເໝາະສົມກັບລັກສະນະເພາະ ຂອງ ຫສນຍ; ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023ແລະ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ2024ຂອງ ຫສນຍ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳໄຕມາດ II ປີ 2024 ຂອງຄະນະບໍລິຫານງານຊາວໜຸ່ມ ຫສນຍ ຈະໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍຫຼາຍຮູບແບບ;ສືບຕໍ່ຊຸກຍູ້ສະມາຊິກຊາວໜຸ່ມເພື່ອຈັດຕັ້ງປະຕິບັດຄໍາຂວັນ 3 ດີແລະຂໍ້ແຂ່ງຂັນ 3 ຫັນຂອງ ຫສນຍ ຕິດພັນກັບການຈັດຕັ້ງປະຕິບັດຄໍາຂວັນ 3 ພັດທະນາຂອງຊາວໜຸ່ມຫສນຍ ແລະ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປລ ໃຫ້ມີປະສິດຜົນກວ່າເກົ່າ; ສືບຕໍ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ບັນດາໜ່ວຍຮາກຖານຊາວໜຸ່ມ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຂອງຕົນ ໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ ແລະ ອື່ນໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ