ຄະນະຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ II, ຫຼຽນຊາວໜຸ່ມຕະລຸມບອນ, ຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານ ຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນວັນທີ 15 ມັງກອນ 2025 ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງທ່ານ ເພັດ ພົມພິພັກ ກຳມະການສູນການພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄະນະບໍລິຫານງານຊາວໜຸ່ມຂອງກະຊວງ ແລະ ສະມາຊິກຊາວໜຸ່ມ ຂອງກະຊວງ ຜທ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະ, ທ່ານ ອຸຕະແກ້ວ ແກ້ວດວງສິນ ກໍາມະການຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຫົວໜ້າຫ້ອງການ ກຜທ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ ແລະ ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດໃນ 10 ມາດຖານຂອງ ຄຊປປລ 4 ບຸກ ພິເສດ ໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມ ກຜທ ປະກອບມີ 17 ໜ່ວຍ, ໄດ້ຮັບການປະເມີນຢັ້ງຢືນ 4 ບຸກ ເທົ່າກັບ 100%; ມີກອງຊາວໜຸ່ມຕະລຸມບອນ 1 ກອງ ຊຶ່ງປະກອບມີບັນດາສະຫາຍສະມາຊິກຊາວໜຸ່ມອ້ອມຂ້າງກະຊວງເພື່ອເຄື່ອນໄຫວວຽກງານຂະບວນການຕ່າງໆໃຫ້ຟົດຟື້ນ ແລະ ຊ່ວຍເຫຼືອສັງຄົມໃນເວລາມີຄວາມຈຳເປັນອັນຮີບດ່ວນ; ຄະນະບໍລິຫານງານກະຊວງ ຜທ ມີເງິນຄັງຊາວໜຸ່ມທັງໝົດ 113,284,666 ກີບ; ໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານ 3 ສ້າງຂອງກະຊວງ ຜທ ກໍຄືການປະກອບສ່ວນເຂົ້າໃນຄະນະກອງເລຂາວຽກງານ 3 ສ້າງຂອງກະຊວງ; ໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການເຄື່ອນໄຫວ ວຽກງານປ້ອງກັນເວນຍາມສໍານັກງານໃຫ້ມີຄວາມສະຫງົບ ແລະ ປອດໄພ ໂດຍສະເພາະໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ກອງປະຊຸມທີ່ສຳຄັນທີ່ກະຊວງຈັດຂຶ້ນ ແລະ ວຽກງານອື່ນໆ. ຈາກນັ້ນ ຍັງໄດ້ຮັບຟັງການປະກອບຄຳຄິດເຫັນຕໍ່ບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, ຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າດ້ວຍການຮັບຮອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ກຜທ ເປັນຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ 4 ບຸກ, ຂໍ້ຕົກລົງ ວ່າດ້ວຍການມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ, ຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ.ນອກນີ້ ໃນພິທີ, ໄດ້ມອບໃບຢັ້ງຢືນ 4 ບຸກ, ມອບທຸງໄຊນຳໜ້າ 4 ບຸກ, ມອບຫຼຽນຊາວໜຸ່ມຕະລຸມບອນໃຫ້ຄະນະນໍາກະຊວງ ແລະ ຄະນະບໍລິຫານງານຊາວໜຸ່ມ ກຜທ, ມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ໃນຕອນທ້າຍຂອງພິທີ, ທ່ານ ເພັດ ພົມພິພັກ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຕະຫຼອດໄລຍະທີ່ຜ່ານມາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກຜທ ແລະ ພ້ອມນີ້ຍັງມີຄໍາເຫັນຕໍ່ບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈົ່ງພ້ອມກັນມີຄວາມຮັບຜິດຊອບສູງຕໍ່ກັບໜ້າທີ່ວຽກງານການເມືອງ ທີ່ໄດ້ຮັບມອບໝາຍຢ່າງຕັ້ງ ໜ້າ ໂດຍສະເພາະແມ່ນການເປັນເສນາທິການ ຊ່ວຍຄະນະພັກ-ຄະນໍາກະຊວງ ຜທ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານການຄົ້ນຄວ້າ, ວິເຄາະ-ວິໄຈສະພາບເສດຖະກິດ, ວຽກງານປະເມີນຜົນ, ວຽກງານສະຖິຕິ, ວຽກງານການສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ-ຕ່າງປະເທດ, ວຽກງານດຶງດູດການຊ່ວຍເຫຼືອເພື່ອການພັດທະນາ, ລວມທັງການເປັນໃຈກາງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທ່ານ ຍັງໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດອີກດ້ວຍ.
ຂ່າວ-ພາບ: ແສງຈັນ





