ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

Mar 20, 2025

ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025 ໂດຍການເປັນປະທ່ານຂອງ ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ຊຽວຢັນ ຊຽນ ຜູ້ອໍານວຍການ ອົງການແຮງງານສາກົນ ປະຈໍາພາກພື້ນ (ປະເທດໄທ, ກຳປູເຈຍ ແລະ ສປປ ລາວ), ມີຫົວໜ້າໂຄງການ ແລະ ຜູ້ປະສານງານແຜນງານການຮ່ວມມື ILO-China, ຫົວໜ້າສະຖາບັນພັດທະນາກໍາມະບານລາວ, ຜູ້ປະສານງານອົງການແຮງງານສາກົນ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ນາງ ແກ້ວ ຈັນທະວິໄຊ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ໃນຄັ້ງນີ້, ແນໃສ່ສະຫລຸບບັນດາກິດຈະກໍາ ທີ່ໄດ້ຈັດຕັ້ງປະຕິບັດ ຜ່ານມາໃນປີ 2024, ພ້ອມທັງປຶກສາຫາລື ວາງທິດທາງແຜນວຽກຈຸດສຸມ ປີ 2025 ໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ຂອງແຕ່ລະພາກສ່ວນ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການພັດທະນາສີມືແຮງງານ ໃນ ສປປ ລາວ ເຊິ່ງປີນີ້, ເປັນປີສຸດທ້າຍຂອງໂຄງການ ທີ່ຈະໄດ້ຈັດຕັ້ງປະຕິບັດກິດຈະກໍາຮ່ວມກັນ ເພາະໂຄງການຈະໄດ້ສິ້ນສຸດໃນທ້າຍປີ 2025. ສະນັ້ນ, ກອງປະຊຸຸມໃນຄັ້ງນີ້, ຈະໄດ້ພ້ອມກັນປຶກສາຫາລື ກໍານົດທິດທາງແຜນການໃຫ້ເປັນເອກະພາບ ຮັບຮອງໂດຍພື້ນຖານຕໍ່ແຜນກິດຈະກໍາລະອຽດ ທີ່ຈະໄດ້ຈັດຕັ້ງປະຕິບັດຂຶ້ນໃຫ້ມີຄວາມແທດເໝາະກັບງົບປະມານ, ວິຊາການ ແລະ ສະພາບຕົວຈິງ ໂດຍສະເພາະແມ່ນພາກເນື້ອໃນຕິດພັນກັບວິຊາການ ແລະ ຄູ່ຮວ່ມພັດທະນາທີ່ກ່ຽວຂ້ອງ ໂດຍຢູ່ບົນພື້ນຖານການຜັນຂະຫຍາຍຈຸດປະສົງ ແລະ ເປົ້າໝາຍຫລັກຂອງວຽກງານພັດທະນາສີມືແຮງງານ ແລະ ອີງໃສ່ນະໂຍບາຍແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ແລະ ເປັນແຜນສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຂອງການພັດທະນາ ຮອດປີ 2030 ລວມທັງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ສຳລັບ 5 ປີ (2021-2025) ແລະ ເປົ້າໝາຍພັດທະນາແບບຍືນຍົງ. ພ້ອມນີ້, ຍັງໄດ້ພ້ອມກັນປືກສາຫາລື ເພື່ອຊ່ວຍວາງທິດທາງສະເພາະໜ້າ ໃນການເສີມສ້າງກາລະໂອກາດ ແລະ ທ່າແຮງໃນການມີວຽກເຮັດງານທຳຂອງຜູ້ອອກແຮງງານ; ປຶກສາຫາລື ເພື່ອຍົກສູງຜະລິດຕະພາບຂອງຫົວໜ່ວຍແຮງງານໃນທຸກຂະແໜງການ; ປຶກສາຫາລື ກົນໄກການເຊື່ອມສານລະຫວ່າງການຝືກສີມືແຮງງານ, ການພັດທະນາມາດຕະຖານສີມືແຮງງານ, ປັບປຸງຫລັກສູດ, ການທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ, ການບໍລິການຈັດຫາງານ, ອາຊິວະສຶກສາ, ການໃຫ້ຄຳປຶກສາແກ່ຜູ້ຊອກວຽກເຮັດງານທຳ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ ໂດຍປະສານສົມທົບແໜ້ນກັບພາກສວ່ນກ່ຽວຂ້ອງ, ສະຖາບັນພັດທະນາສີມືແຮງງານ, ສູນກາງສະຫະພັນກໍາມະບານ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະຖານອະຊິວະສຶກສາ, ພາກເອກະຊົນ ແລະ ຄູ່ຮ່ວມໃນເຄືອຂ່າຍ ການພັດທະນາສີມືແຮງງານ.
ທ່ານ ນາງ ແກ້ວ ຈັນທະວິໄຊ ຍັງໃຫ້ຮູ້ອີກວ່າ: ລັດຖະບານລາວ ໄດ້ລິເລີ່ມຮ່ວມມື້ກັບໂຄງການ ໄອໂລໄຊນ່າ ແຕ່ປີ 2020 ແລະ ໄດ້ເຮັດວຽກຮ່ວມກັບ ສາມຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ໄດ້ຮ່ວມມືກັນພັດທະນາວຽກງານສີມືແຮງງານ ເພື່ອສ້າງຄວາມຊໍານານງານ ແລະ ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ຜູ້ເຂົ້າຝຶກອົບຮົມ ໂດຍໄດ້ເນັ້ນຂອບເຂດການຝຶກອົບຮົບວິຊາຊີບ ຕາມກົນໄກຕະຫລາດແຮງງານໃນປັດຈຸບັນ, ການພັດທະນາທາງດ້ານຫລັກສູດ, ພັດທະນາມາດຕະຖານອາຊີບ ແລະ ທາງເຕັກໂນໂລຊີ ເພື່ອການເຊື່ອມໂຍງກັບບັນດາປະເທດສະມາຊິກໃນອາຊຽນ.
ຂ່າວ: ທະນູທອງ
ຂໍ້ມູນ-ພາບ: ຮສສ