ໃນວັນທີ 31 ມີນາ 2025, ຄະນະທີມງານອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍ ຄູ່ຮ່ວມພັດທະນາ ເຄື່ອນໄຫວຢ້ຽມຢາມ ກິດຈະກຳ ຢູ່ໂຮງຮຽນປະຖົມສົມບູນ ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ໂດຍມີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ທ່ານ ມາກ ອານເດຣ ໂປສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍ ຄູ່ຮ່ວມພັດທະນາ ຈາກກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ລົງຢ້ຽມຢາມ ກິດຈະກຳ ໂຄງການອາຫານທ່ຽງ ທີ່ໂຮງຮຽນປະຖົມສົມບູນ ບ້ານບໍ່, ພ້ອມທັງ ແຈກຢາຍອາຫານທ່ຽງໃຫ້ນັກຮຽນ, ຢ້ຽມຢາມສວນຜັກໃນໂຮງຮຽນ, ພ້ອມທັງສົນທະນາການຈັດຕັ້ງປະຕິບັດ ແຜນງານອາຫານທ່ຽງ ກັບ ຄູສອນ, ແມ່ຄົວ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານອາຫານທ່ຽງຂອງໂຮງຮຽນ ພ້ອມທັງ ປຶກສາຫາລື ຊອກຫາວີທີການແກ້ໄຂ ບັນຫາຂໍ້ຫຍຸ້ງຍາກ ແລະ ຮ່ວມກັນຊອກຫາວິທີການພັດທະນາທີ່ຖືກຕ້ອງ ແລະ ຍາວນານ ເພື່ອສ້າງຄວາມແຂງແຮງໃຫ້ແກ່ໂຮງຮຽນດັ່ງກ່າວ.
ຂ່າວ: ແສງອາທິດ






