ຄະນະນຳທະນາຄານແຫ່ງ ສປປ ລາວ ພົບປະ ແລະ ເຮັດວຽກຮ່ວມກັນກັບສູນຄົ້ນຄວ້າສະກຸນເງິນດິຈິຕອນ ຂອງທະນາຄານປະຊາຊົນຈີນ.
ໃນລະຫວ່າງວັນທີ 23-27 ກັນຍາ 2024, ຄະນະນຳຂອງທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ທ່ານ ສຸລິສັກ ທໍານຸວົງ, ຮອງຜູ້ວ່າການ ທຫລ ໄດ້ເດີນທາງໄປແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັບ ສູນຄົ້ນຄວ້າສະກຸນເງິນດິຈິຕອນຂອງທະນາຄານປະຊາຊົນຈີນ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ສໍານັກງານໃຫຍ່ ຢູ່ ນະຄອນຫຼວງປັກກິ່ງ, ສປ. ຈີນ ເພື່ອລົງເລິກປຶກສາຫາລືກ່ຽວກັບການເຊື່ອມລະບົບການຊໍາລະຂ້າມແດນ ລາວ-ຈີນ, ແນໃສ່ຮອງຮັບການເກັບລາຍຮັບທີ່ເປັນເງິນຕາຕ່າງປະເທດເຂົ້າລະບົບທະນາຄານ ແລະ ແກ້ໄຂບັນຫາການຊໍາລະທີ່ບໍ່ສອດຄ່ອງຕາມກົດໝາຍ; ກ້າວໄປເຖິງການຊໍາລະທຸລະກໍາການຄ້າ-ການລົງທຶນສອງຝ່າຍ ລາວ-ຈີນ ໃນອະນາຄົດ.



