ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ປະທານສະພາແຫ່ງຊາດ ສສ ຫວຽດນາມ

Oct 19, 2024

ວັນທີ 18 ຕຸລາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະທັງສອງພາກສ່ວນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຈີນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານ ປະ ທານສະພາແຫ່ງຊາດ ສສ ຫວຽດນາມ ທີ່ໄດ້ຕ້ອນຮັບຄະນະໃນຄັ້ງນີ້, ພ້ອມທັງໄດ້ລາຍງານບາງຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ໂດຍຫຍໍ້: ວ່າສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ປະສານສົມທົບກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຢູ່ ສສ ຫວຽດນາມ ຮ່ວມກັນຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ທ່ານ ເຈີນ ແທັງ ເໝີນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສອງສະມາຄົມ ທີ່ໄດ້ມີການພົວພັນຮ່ວມມືກັນ ຢ່າງສະໜິດແໜ້ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມ ມື ຂອງສອງອົງການແນວໂຮມ ລາວ-ຫວຽດນາມ ບົນພື້ນຖານແນວທາງຂອງພັກ ແລະ ລັດຖະບານ ສອງປະເທດ. ພ້ອມກັນນີ້ ທ່ານ ຍັງໄດ້ໃຫ້ທິດຊີ້ນຳຕື່ມວ່າ ໃຫ້ສອງອົງການແນວໂຮມ ແລະ ສອງສະມາຄົມມິດຕະພາບ ຂອງສອງປະເທດ ສືບຕໍ່ປະ ກອບສ່ວນຍູ້ແຮງໃນການສຶກສາອົບຮົມຄົນຮຸ່ນໃໝ່, ອົງການຈັດຕັ້ງສັງຄົມທຸກພາກ ສ່ວນ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງສອງພັກ-ສອງລັດ ແລະ ຮັກ ສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໄປມາຫາສູ່ກັນ ເພື່ອປະ ກອບສ່ວນເຂົ້າໃນການສ້າງສາພັດທະນາສອງປະເທດ ແລະ ສືບຕໍ່ຈັດຕັ້ງຜັນຂະຫາຍບັນດາບົດບັນທຶກຄວາມເຈົ້າໃຈທີ່ແຕ່ລະພາກສ່ວນໄດ້ເຊັນກັນໃນໄລຍະຜ່ານມາ ໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈີງ.