ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ເພື່ອເປັນການຈາລຶກຄຸນງາມຄວາມດີ ແລະ ມູນເຊື້ອອົງອາດກ້າຫານ ຂອງກອງທັບປະຊາຊົນລາວ ໃນວັນທີ 21 ມັງກອນ 2025 ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະນຳຂອງກະຊວງປ້ອງກັນປະເທດ ໂດຍເປັນກຽດຕ້ອນຮັບຂອງທ່ານ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ຢູ່ທີ່ນະຄອນຫຼວງວຽງຈັນ.
ຂ່າວ+ພາບ: ເຢ





