ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳຫ້ອງວ່າການສູນກາງພັກ ເຂົ້າຮ່ວມພິທີວາງພວງມາລາ ເເລະ ໄຫວ້ອາໄລ ເຖີງສະຫາຍພົນເອກຄໍາໄຕ ສີພັນດອນ.

Apr 4, 2025

ຕອນເຊົ້າ ວັນທີ 4 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ສະຫາຍ ທອງສະລິດ ມັງຫນໍ່ເມກ ຄະນະເລຂາທິການສູນກາງພັກ ຫົວຫນ້າຫ້ອງວ່າການສູນກາງພັກ ໄດ້ນໍາພາຄະນະພັກ-ຄະນະນໍາ ຕາງຫນ້າສະມາຊິກພັກ-ພະນັກງານ ອ້ອມຂ້າງຫ້ອງວ່າການສູນກາງພັກ ເຂົ້າຮ່ວມພິທີວາງພວງມາລາ ເເລະ ໄຫວ້ອາໄລ ເຖີງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ເຖີງເເກ່ມໍລະນະກໍາ.
ໂອກາດນີ້ ສະຫາຍ ທອງສະລິດ ມັງຫນໍ່ເມກຕາງຫນ້າຫ້ອງວ່າການສູນກາງພັກ ສະເເດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ການຈາກໄປຂອງສະຫາຍເປັນການສູນເສຍຜູ້ນໍາທີ່ເເສນເຄົາລົບຮັກຂອງພັກ, ລັດ ເເລະ ປະຊາຊົນລາວບັນດາເຜົ່າ, ຄຸນງາມຄວາມດີຂອງສະຫາຍທີ່ເຄີຍສ້າງໄວ້ ພວກເຮົາຈະຂໍຈາລຶກ,ຈົດຈໍາໄວ້ໃນດວງໃຈ ເເລະ ນໍາໄປຫມູນໃຊ້ເຂົ້າໃນວຽກງານຕົວຈິງ.
ຂ່າວ : ເດດອາລຸນ
ພາບ : ພູເງິນ