ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 19-22 ກັນຍາ 2022 ນີ້ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ເມືອງບຣິດເບີນປະເທດອົສຕຣາລີພາຍໃຕ້ຫົວຂໍ້: ຈາກວິກິດການໄປສູ່ການປັບຕົວ, ການຫັນປ່ຽນອານາຄົດຂອງພາກພຶ້ນອາຊີ-ປາຊີຟິກດ້ວຍການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ,ໂດຍການເປັນເຈົ້າພາບຂອງລັດຖະບານປະເທດອົສຕຣາລີ ຮ່ວມກັບອົງການສະຫະປະຊາຊາດເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊິ່ງກອງປະຊຸມໄດ້ເນັ້ນເຖິງການເພີ່ມຂຶ້ນຂອງຄວມຖີ່ ແລະ ຄວາມຮ້າຍແຮງຂອງໄພພິບັດໃນປະເພດຕ່າງໆ ລວມທັງການລະບາດຂອງພະຍາດໃນບັນດາປະເທດອາຊີ-ປາຊີຟິກ, ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບນະວັດຕະກຳໃໝ່, ວີທີການແກ້ໄຂເພື່ອຫລູດຜ່ອນຄວາມສ່ຽງໄພພິບັດ, ຄວາມກຽມພ້ອມຕອບໂຕ້ກັບໄພພິບັດ ແລະ ການລະບາດຂອງພະຍາດ ຂອງແຕ່ລະພາກສ່ວນລວມທັງພາກລັດ, ເອກະຊົນ, ອົງການຈັດຕ້ັງທາງສັງຄົມ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາສາກົນຕ່າງໆເພື່ອເລັ້ງໃສ່ປະຕິບັດແຜນງານເຊັນໄດກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ 2015-2030. ກອງປະຊຸມຄັ້ງນີ້ມີຄະນະຜູ້ແທນ ຈາກປະເທດຕ່າງໆໃນພາກພື້ນອາຊີ-ປາຊີຟິກ, ອົງການກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ທາງສັງຄົມປະຈຳພາກພື້ນ ຈາກ 58 ປະເທດເຂົ້າຮ່ວມ 3.500 ກວ່າຄົນ
ອົງການກາແດງແຫ່ງຊາດລາວ ແມ່ນອົງການຈັດຕັັ້ງທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງກວ້າງຂວາງ ໂດຍສະເພາະແມ່ນການກູ້ໄພສຸກເສີນ-ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃນກໍລະນີເກີດມີໄພພິບັດ ຫຼື ການລະບາດຂອງພະຍາດ ໂດຍມີການຮ່ວມມືກັບກາແດງປະເທດເພື່ອນມິດ ແລະ ອົງການກາແດງ ແລະ ຊີກວົງເດືອນແດງສາກົນ. ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ເປັນໂອກາດອັນດີທີ່ໄດ້ຖອດຖອນບົດຮຽນນຳເອົາຄວາມຮູ້ໃໝ່ມາປັບປຸງຍຸດທະສາດກໍ່ຄືແຜນປະຕິບັດງານຂອງຕົນເພື່ອສ້າງຄວາມເຂັ້ມແຂງໃນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ກຽມພ້ອມຮັບມືກັບການລະບາດຂອງພະຍາດ ຢູ່ ສປປ ລາວ ຮ່ວມກັບຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດກໍ່ຄືຂະແໜງການຕ່າງໆຂອງລາວ.