ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳແຂວງວຽງຈັນ ເຂົ້າວາງພວງມາລາ ໄຫວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.

Apr 6, 2025

ຄະນະນໍາແຂວງວຽງຈັນນຳໂດຍ ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະໄດ້ວາງພວງມະລາໄວ້ອາໄລເຖິງ ດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກອະດີດປະທານປະເທດແຫ່ງສປປ ລາວໃນວັນທີ 5 ເມສາ 2025 ນີ້ທີ່ຫໍປະຊຸມແຫ່ງຊາດ.
ສະຫາຍ ຄໍາພັນ ສິດທິດຳພາ ໄດ້ເຊັນປຶ້ມໄວ້ອາໄລໂດຍມີເນື້ອໃນຄໍາໄວ້ອາໄລວ່າ: ຕາງໜ້າຄະນະບໍລິຫານງານພັກ, ສະພາປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ, ພະນັກງານ ແລະ ອົງການປົກຄອງປະຊາຊົນບັນດາເຜົ່າທົ່ວແຂວວຽງຈັນມີຄວາມໂສກເສົ້າເສຍໃຈຕໍ່ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກອະດີດປະທານປະເທດແຫ່ງສປປ ລາວ, ອະດີດນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດລາວ ແມ່ນໜຶ່ງໃນການນຳຊຸດທຳອິດຂອງພັກ, ເປັນຫຼັກແຫຼ່ງ ແລະ ແກນນຳຂອງສູນກາງພັກຊີ້ນຳ, ນຳພາການປະຕິວັດຊາດປະຊາທິປະໄຕ ພາລະກິດປົກປັກຮັກສາພັດທະນາປະເທດຊາດກໍຄືເປັນຜູ້ນຳໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ.
ສະຫາຍໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນກັບຕ່າວຄືນມາຍັງເຫຼືອໄວ້ແຕ່ຜົນງານ, ຄຸນງາມຄວາມດີທີ່ສະຫາຍໄດ້ສ້າງໄວ້, ພວກເຮົາຂໍສະແດງຄວາມກະຕັນຍູຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຂໍຈົດຈໍາຮໍ່າຮຽນ, ສືບທອດເອົາແບບຢ່າງຄຸນງາມຄວາມດີຂອງສະຫາຍໄວ້ຕະຫຼອດການ. ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິເຖີ້ນ.