ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳແຂວງອັດຕະປື ຢ້ຽມຢາມແລະອວຍພອນຄະນະນຳແຂວງກອນຕູມ

Jan 25, 2025

ຄະນະນຳແຂວງອັດຕະປື ຢ້ຽມຢາມແລະອວຍພອນຄະນະນຳແຂວງກອນຕູມ
ວັນທີ 23 ມັງກອນ 2025, ຄະນະນຳແຂວງອັດຕະປື ສືບຕໍ່ເຂົ້າຢ້ຽມຢາມ ແລະ ອວຍພອນຄະນະນຳແຂວງ ກອນຕູມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດ ນາມ 2025. ພິທີອວຍພອນໄດ້ຈັດຂື້ນທີ່ຫ້ອງວ່າການຄະນະພັກແຂວງກອນຕູມ.
ໂອກາດນີ້ ສະຫາຍ ບຸນເສີດ ເສດທິລາດ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຕາງໜ້າໃຫ້ຄະນະນຳຂອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າແຂວງອັດຕະປື ໄດ້ຢື້ຢາມຖາມຂ່າວມາຍັງ ສະຫາຍ ຫງຽນດຶກຕຸຍ ຮອງເລຂາພັກແຂວງ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອວຍພອນໄຊ ມາຍັງຄະນະພັກ-ຄະນະນຳ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າແຂວງກອນຕູມ ຈົ່ງພ້ອມກັນຕ້ອນຮັບ ແລະ ສະເຫຼີມສະຫຼອງ ບຸນປີໃຫມ່ ປະຈຳຊາດຫວຽດນາມ ຢ່າງມີຂະບວນການພົດພື້ນ ແລະ ມ່ວນຊື່ນ, ມີຄວາມສຸກກາຍ-ສຸກໃຈ ປະສະຈາກໂລກໄພໄຂ້ໜາວ ແລະ ຈົ່ງພ້ອມກັນປົກປັກຮັກ ສາ ແລະ ສ້າງສາພັດທະນາ ແຂວງກອນຕູມ ໃຫ້ນັບມື້ນັບໄດ້ຮັບການພັດທະນາດີຂື້ນເປັນກ້າວໆ ແລະ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ກ່ວາເກົ່າ, ອວຍພອນແດ່ສາຍສຳ ພັນ, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາ-ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືສອງແຂວງອັດຕະປື-ກອນຕູມ ຈົ່ງສືບຕໍ່ເສີມຂະຫຍາຍໃຫ້ເຂົ້າສູ່ລວງເລີກແລະພັດທະນາດີຂື້ນເປັນກ້າວໆ.
ສະຫາຍ ຫວຽນດຶກຕຸຍ ຮອງເລຂາພັກແຂວງ ຕາງຫນ້າໃຫ້ຄະນະພັກ-ຄະນະກຳມະການປະຊາຊົນ ແຂວງກອນຕູມ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ອ່ວຍພອນ ບຸນປີໃໝ່ປະຈຳຊາດຫວຽດນາມ ຂອງຄະນະນຳແຂວງອັດຕະປື ໃນຄັ້ງນີ້, ຈາກນັ້ນ ຄະນະນຳທັງສອງຝ່າຍ ຍັງໄດ້ພົບປະໂອ້ລົມ, ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະ ກັນ ຢ່າງສະໜິດສະໜົມ ທ່າມກາງບັນຍາກາດອັນເບິກບານມ່ວນຊື່ນ ແລະ ກໍ່ໄດ້ມີການແລກປ່ຽນຂອງຂັວນ ແລະ ຂອງທີ່ລະນຶກເຊິ່ງກັນ ແລະ ກັນ ຢ່າງຈົບງາມ ແລະ ມີຄວາມໝາຍສຳຄັນ.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ.