ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນຳແຂວງ ເຊກອງ ໄຫວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ.

Apr 6, 2025

ໃນຕອນເຊົ້າ ວັນທີ 6 ເມສາ 2025 ຢູ່ທີ່ຫໍປະຊຸມເເຫ່ງຊາດ ນະຄອນຫລວງວຽງຈັນ, ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ເຊກອງ ພ້ອມດ້ວຍຄະນະນໍາ ເຊິ່ງຕາງໜ້າອົງການປົກຄອງແຂວງເຊກອງ ໄດ້ເຂົ້າວາງພວງມາລາ ເເລະ ໄຫວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ທີ່ໄດ້ເຖີງເເກ່ມໍລະນະກໍາ.
ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ເຊກອງ ໄດ້ເຊັນປຶ້ມໄວ້ອາໄລ ທີ່ມີເນື້ອໃນຄໍາໄວ້ອາໄລວ່າ: ຄະນະບໍລິຫານງານພັກແຂວງ ເຊກອງ, ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ແນວລາວສ້າງຊາດແຂວງ ພ້ອມດ້ວຍພະນັກງານພັກ-ລັດຖະກອນ ທະຫານຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ອາໄລຮັກຢ່າງສຸດຊື້ງຕໍ່ການຈາກໄປ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນທັງຊາດ, ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິເທີ້ນ.
ຄະນະພັກ, ອົງການປົກຄອງແຂວງເຊກອງ ຈາລຶກຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ຈະພວກເຮົາຈະພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງເຊກອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ຕາມອຸດົມການຂອງສະຫາຍ ຕະຫຼອດໄປ.
ພາບ-ຂ່າວໂດຍ : ພູເງິນ ບົວທອງ
May be an image of 10 people and wedding
May be an image of 11 people and dais
May be an image of 12 people, dais and text