ໃນວັນທີ 6 ເມສານີ້, ອົງການປົກຄອງແຂວງ ໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ,ເຈົ້າແຂວງໄຊສົມບູນ, ພ້ອມຄະນະໄດ້ເຂົ້າວາງພວງມາລາ ໄວ້ອາໄລເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານ ປະເທດ ແຫ່ງ ສ ປ ປ ລາວ.
ໂອກາດນີ້, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ເຊັນຄໍາໄວ້ອາໄລ ມີເນື້ອໃນວ່າ: ຕາງໜ້າອົງຄະນະພັກ-ອົງການປົກຄອງແຂວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍຫຼວດ, ຕະຫຼອດຮອດປະຊາຊົນທົ່ວແຂວງ ໄຊສົມບູນ ຂໍສະແດງຄວາມເຂົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານ ປະເທດ ແຫ່ງ ສ ປ ປ ລາວ, ຜູ້ນຳອັນແສນເຄົາລົບຮັກ ແລະ ລູກຫຼານຜູ້ປະເສີດ ຂອງປວງຊົນລາວທັງຊາດທີ່ໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຫວນຄືນ.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິວັດທີ່ດີເດັ່ນ,ເດັດດ່ຽວໜຽວແໜ້ນ ແລະ ເປັນຜູ້ນຳອາວຸໂສທີ່ມີວິໃສທັດອັນແຫຼມຄົມ, ແລະ ກວ້າງໄກ ຕໍ່ຜົນປະໂຫຍດລວມຂອງ ປະຊາຊົນລາວ,ມີບົດບາດອັນສຳຄັນໃນການສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນບຸກຄົນທີ່ສຳຄັນໃນປະຫວັດສາດການເມືອງລາວ ແລະ ມີບົດບາດໃນການສ້າງສາພັດທະນາປະເທດຊາດ.
ພວກຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາຕໍ່ດວງວິນຍານຂອງ ສະຫາຍວ່າ: ຈະພ້ອມກັນເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນເພື່ອສືບຕໍ່ຄົ້ນຄວ້າຈັດຕັ້ງປະຕິບັດ, ບັນດາມູນເຊື້ອ ແລະ ພາລະກິດອັນສູງສົ່ງລໍ້າຄ່າ ທີ່ສະຫາຍ ໄດ້ນຳພາ-ຊີ້ນຳເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດ ແລະ ວຽກງານຕົວຈິງ, ສຸມໃສ່ສ້າງ ແຂວງໄຊສົມບູນໃຫ້ມີບາດກ້າວຂະຫຍາຍຕົວ ໃໝ່, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ແລະ ເຮັດໃຫ້ແຂວງໄຊສົມບູນໄດ້ຮັບການພັດທະນາຂໍໃຫ້ດວງວິນຍານ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານ ປະເທດ ແຫ່ງ ສ ປ ປ ລາວ ລູກຮັກອັນປະເສີດຂອງປວງຊົນລາວທັງຊາດຈົ່ງໄປສູ່ສຸຂະຕິເທີ້ນ.





