ວັນທີ 4 ເມສາ 2025 ນີ້ ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ເເລະທ່ອງທ່ຽວ ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ເເລະ ໄຫວ້ອາໄລ ເຖີງສະຫາຍພົນເອກຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດເເຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ເຖີງເເກ່ມໍລະນະກໍາ.
ໂອກາດນີ້ ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ຕາງຫນ້າຄະນະບໍລິຫານງານພັກ, ສະມາຊິກພັກ, ພະນັກງານ ພາຍໃນກະຊວງ ຖະເເຫລງຂ່າວ, ວັດທະນະທໍາ ເເລະ ທ່ອງທ່ຽວ ສະເເດງຄວາມອາໄລຢ່າງສຸດຊື້ງ ການຈາກໄປຂອງທ່ານປະທານ ເປັນການສູນເສຍຜູ້ນໍາທີ່ເເສນເຄົາລົບຮັກ, ຜູ້ນໍາການປະຕິວັດທີ່ອົງອາດກ້າຫານ ຜູ້ນໍາການພັດທະນາທີ່ດີເດັ່ນຂອງຊາດລາວ ທີ່ໄດ້ອຸທິດຕະຫລອດຊີວິດ ເພື່ອພາລະກິດເເຫ່ງການປະຕິວັດຊາດປະຊາທິປະໄຕ, ການປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເສຍສະຫລະອັນສູງສົ່ງ ເເລະ ເປັນເເບບຢ່າງທີ່ດີງາມ.
ຄະນະບໍລິຫານງານພັກກະຊວງຖະເເຫລງຂ່າວ, ວັດທະນະທໍາ ເເລະ ທ່ອງທ່ຽວ ຂໍສະເເດງຄວາມເຄົາລົບຮັກ ເເລະ ຂໍເເບ່ງເບົາຄວາມເສົ້າໂສກ, ນໍາຄອບຄົວສີພັນດອນ ພວກເຮົາຂໍຈາລຶກຄຸນງາມຄວາ່ມດີທີ່ທ່ານປະທານໄດ້ອຸທິດເພື່ອປະເທດຊາດ ເເລະ ປະຊາຊົນພວກເຮົາ, ຊື່ສຽງຂອງທ່ານປະທານຈະຍັງຄົງຢູ່ໃນຄວາມຊົງຈໍາ, ຕິດພັນກັບພາລະກິດປະຕິວັດ ຂົງເຂດວຽກງານຖະເເຫລງຂ່າວ, ວັດທະນະທໍາ ເເລະ ທ່ອງທ່ຽວ ຂອງພວກເຮົາຕະຫລອດເວລາ ຂໍໃຫ້ດວງວີນຍານຂອງປະທານຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເຖີ້ນ.








