ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 75 ປີ

Oct 3, 2024

ວັນທີ 2 ກັນຍາ 2024 ນີ້, ຄະນະນໍາກະຊວງປ້ອງກັນປະເທດລາວ ນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ (1 ຕຸລາ 1949 -1 ຕຸລາ 2024), ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ພິ ເສດ ຫຼີປີງ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ລາວ.
ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດລາວ ກ່າວຄຳອວຍ ພອນໄຊອັນປະເສີດມາຍັງ ສະຫາຍທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ແລະ ຝາກຄວາມຢື້ຢາມຖາມຂ່າວໄປຍັງພັກ-ລັດ ຖະບານກໍຄືກະຊວງປ້ອງກັນປະເທດ ສປ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານະໄມສົມບູນພູນສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາສະຫາຍ, ອວຍພອນໃຫ້ສາຍພົວພັນການຮ່ວມມື ແລະ ມູນເຊື້ອອັນດີງາມຂອງສອງພັກ, ສອງລັດ, ສອງກອງທັບ ລາວ-ຈີນ ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ສະຫາຍ ພັນເອກ ພິເສດ ຫຼີປິງ ໄດ້ສະແດງຄວາມຂອບໃຈສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ພ້ອມຄະນະ ທີ່ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ພ້ອມທັງກ່າວວ່າ: ສາຍພົວພັນແຫ່ງມິດຕະພາບ, ຄວາມສາມັກຄີຮັກແພງ ຖານບ້ານໃກ້ເຮືອນຄຽງ, ມີແມ່ນໍ້າ ແລະ ສາຍພູຕິດຈອດກັນ ສອງພັກ ສອງລັດ ກໍຄືສອງກອງທັບ ຈີນ-ລາວ ລາວ-ຈີນ ແມ່ນນັບມື້ໄດ້ຮັບການເສີມຂະຫຍາຍຢ່າງໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ: ຫນັງສືພິມກອງທັບ