ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ສູນເສຍອົງຄະພິເສດ 790

Jan 20, 2025

ວັນທີ 18 ມັງກອນ 2025 ນີ້, ຄະນະນໍາກະຊວງປ້ອງກັນ ປະເທດ ນໍາໂດຍ ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ສູນເສຍອົງຄະພິເສດ 790 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ມີຜູ້ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ, ບັນດາສະຫາຍວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດຜູ້ອາວຸໂສບຳ ນານ ແລະ ພະນັກງານ-ນັກຮົບ ຜູ້ເສຍອົງຄະ ທົ່ວສູນເສຍອົງຄະພິເສດ 790 ເຂົ້າຮ່ວມ.
ພາຍຫຼັງຮັບຊົມການສະແດງສິລະປະຈາກໜ່ວຍສິລະປະສະ ໝັກຫຼີ້ນ ຂອງສູນເສຍອົງຄະພິເສດ 790 ແລະ ກອງສິປະກອນກອງທັບ, ສະຫາຍ ພັນໂທ ບຸນມີ ອິນທະວົງສາ ຫົວໜ້າການ ເມືອງ ສູນເສຍອົງຄະພິເສດ 790 ໄດ້ລາຍງານກ່ຽວກັບປະ ຫວັດຄວາມເປັນມາ, ທີ່ຕັ້ງ ແລະ ພະລະບົດບາດ ຂອງສູນເສຍອົງຄະພິເສດ 790 ໂດຍຫຍໍ້ໃຫ້ຄະນະໄດ້ຮັບຟັງ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ເຊິ່ງບາງຕອນກ່າວວ່າ: ການລົງມາພົບປະບັນດາສະຫາຍພະນັກງານປະຕິວັດອາວຸໂສບຳນານ, ພະ ນັກງານ-ນັກຮົບ ທີ່ເສຍອົງຄະ ຢູ່ສູນເສຍອົງຄະພິເສດ 790 ໃນຄັ້ງນີ້ ແມ່ນເພື່ອເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນ ຂອງການນຳກະຊວງປ້ອງກັນປະເທດ ທີ່ມີຕໍ່ບັນດາສະຫາຍທີ່ໄດ້ປະກອບສ່ວນອຸທິດທາງດ້ານສະຕິປັນຍາ, ເຫື່ອແຮງ, ຮ່າງກາຍ ແລະ ເລືອດເນື້ອຂອງຕົນ ເຂົ້າໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາຄວາມເປັນເອກະລາດແຫ່ງຊາດ, ປະກອບສ່ວນປັບປຸງກໍ່ສ້າງກອງທັບປະຊາຊົນລາວ ແລະ ເຂົ້າຮ່ວມໃນການສູ້ຮົບມີໄຊ ຢູ່ບັນດາບັ້ນຮົບຕ່າງໆ ແລະ ທັງໄດ້ປະກອບສ່ວນສ້າງປະຫວັດສາດ, ສ້າງກອງທັບວິລະຊົນ ໃນຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງປັດຈຸບັນກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ລວມມີອາຍຸໄດ້ 76 ປີ, ສາມາດເຮັດຫຼ້ອນໜ້າທີ່ປະຫວັດສາດຂອງຕົນ (ປົດປ່ອຍປະເທດຊາດຫຼຸດພົ້ນອອກຈາກການເປັນເມືອງຂຶ້ນຂອງຊາດອື່ນ, ປົກປັກຮັກສາພັກ, ຮັກສາລະບອບໃໝ່ ແລະ ປະເທດຊາດໄວ້ຢ່າງໝັ້ນຄົງ ຄືດັ່ງໃນທຸກວັນນີ້).
ໃນນາມຕາງໜ້າການນໍາພັກ-ລັດ, ກໍຄືຄະນະນໍາກະຊວງ ປ້ອງກັນປະເທດ ສະແດງຄວາມຂອບອົກຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ບັນດາສະຫາຍພະນັກງານ-ນັກ ຮົບ ຢູ່ສູນເສຍອົງຄະພິເສດ 790 ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມເອົາ ໃຈໃສ່ຕະຫຼອດໄລຍະທີ່ຜ່ານມາ ແລະ ຕໍ່ບັນດາສະຫາຍວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານປະຕິວັດຜູ້ອາວຸໂສບຳ ນານ ແລະ ພະນັກງານ-ນັກຮົບ ຜູ້ທີ່ເສຍອົງຄະ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ເວົ້າລວມ, ເວົ້າສະເພາະ ແມ່ນໃນການປັບປຸງກໍ່ສ້າງຖັນແຖວກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ເຖິງທຸກວັນນີ້.
ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຍັງໄດ້ເນັ້ນໃຫ້ສືບຕໍ່ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນທາງດ້ານສະຕິປັນຍາ, ບົດຮຽນອັນປະເສີດກໍ່ ຄືຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນທຸກຂະບວນການປະຕິວັດຢູ່ຮາກຖານ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ, ແນວທາງເສດ ຖະກິດ ແລະ ແນວທາງການຕ່າງປະເທດຂອງພັກ ແລະ ລັດເຮົາ, ເຮັດໃຫ້ປະເທດຊາດພວກເຮົາ ມີຄວາມສະຫງົບທາງດ້ານການ ເມືອງ, ເປັນລະບຽບຮຽບຮ້ອຍທາງດ້ານ-ສັງຄົມ, ເຂັ້ມແຂງທາງດ້ານການທະຫານ, ມັ່ງຄັ່ງທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່, ພ້ອມກັນເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຈິງໃຈຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ບໍ່ວ່າດ້ານວັດຖຸ ກໍຄືຈິດໃຈ ລະຫວ່າງຊັ້ນຄົນ, ເຜົ່າຊົນຕ່າງໆ, ລະຫວ່າງຄົນລຸ້ນກ່ອນ ແລະ ຜູ້ສືບທອດ, ຖ່າຍທອດມູນເຊື້ອປະຕິວັດ, ນໍ້າໃຈຮັກຊາດອັນດູດດື່ມ ເພື່ອໃຫ້ເປັນຜູ້ສືບທອດ ມີຄວາມຈົ່ງຮັກພັກດີ ແລະ ໄວ້ໃຈໄດ້, ສືບຕໍ່ປະພຶດຕົນເປັນແບບຢ່າງຮອບດ້ານ ແລະ ສຶກສາອົບຮົມລູກເຕົ້າ ແລະ ຄົນລຸ້ນໃໝ່ໃຫ້ມີຄວາມກ້າວໜ້າ ເພື່ອກາຍເປັນລຸ້ນສືບທອດປະຕິວັດ, ສ້າງໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດ ແລະ ເສຍສະຫຼະອັນສູງສົ່ງ, ມີຄວາມຊື່ສັດຕໍ່ປະເທດ ຊາດ, ຕໍ່ປະຊາຊົນຄືພວກສະຫາຍ, ພ້ອມທັງປຸກລະດົມລູກຫຼານເຂົ້າຮ່ວມເປັນທະຫານພັນທະເພື່ອຮັບໃຊ້ປະເທດຊາດ, ສືບຕໍ່ສູ້ຊົນເຮັດສຸດຄວາມສາມາດໃນການສ້າງເສດຖະກິດ ຄອບຄົວ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອແກ້ໄຂຊີວິດການເປັນຢູ່, ດໍາລົງຊີວິດດ້ວຍຄວາມປອດໃສ ແລະ ປະຢັດ, ປຸກລະດົມລູກຫຼານ ເຮັດເສດຖະກິດຄອບຄົວ ໃຫ້ຫຼຸດພົ້ນອອກຈາຄວາມທຸກຍາກເທື່ອລະກ້າວ.
ໂອກາດລົງມາຢ້ຽມຢາມໃນຄັ້ງນີ້, ສະຫາຍ ພົນຈັດຕະວາ ຈັນ ທະຈັກ ໄຊຍະວົງສາ ພ້ອມຄະນະ ຍັງໄດ້ຕາງໜ້າໃຫ້ກະຊວງ ປ້ອງກັນປະເທດ ມອບກະຕ່າດອກໄມ້ ແລະ ວັດຖຸປັດໃຈຈໍານວນໜຶ່ງ ໃຫ້ສູນເສຍອົງຄະພິເສດ 790 ເພື່ອນຳໄປໝູນໃຊ້ເຂົ້າໃນການພັດທະນາສູນຂອງຕົນ ໃຫ້ເຂັ້ມແຂງ, ໜັກແໜ້ນ ຕື່ມອີກ.
ທີ່ມາ: ໜັງສືພິມກອງທັບ
May be an image of 9 people and text
May be an image of 12 people and text