ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ

ໃນວັນທີ 24 ມັງກອນ 2025 ນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບ ພ້ອມຄະນະ ໄດ້ເຂົ້າອວຍພອນ ຫ້ອງການທີ່ປຶກສາທູດ ປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ. ເນື່ອງໃນໂອກາດ ວັນບຸນປີໃໝ່ ສປ ຈີນ ປະຈຳປີ 2025, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ພິເສດ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດ ປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ກ່າວສະ ແດງຄໍາອວຍພອນໄຊອັນປະເສີດຕໍ່ສະຫາຍ ພັນເອກ ພິເສດ ຫຼີປິງ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບ ແລະ ພາລະນາໄມສົມບູນໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ໃນການປະຕິບັດໜ້າທີ່ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳ ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ລາວ-ຈີນ ໃຫ້ນັບມື້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໂອກາດນີ້ ສະຫາຍ ພັນເອກ ພິເສດ ຫຼີປິງ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ພ້ອມຄະນະ ທີ່ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນ ປະເທດ ມາອວຍພອນປີໃໝ່ ສປ ຈີນ ໃນຄັ້ງນີ້. ພ້ອມທັງ ຕີລາ ຄາສູງຕໍ່ຜົນສຳເລັດໃນການພົວພັນຮ່ວມມືຂອງສອງຊາດລາວ -ຈີນ ເວົ້າລວມ ເວົ້າສະເພາະ ກໍຄືສອງກະຊວງປ້ອງກັນປະເທດໃນຕະຫຼອດໄລຍະທີ່ຜ່ານມາ. ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ ຕົນເອງຈະປະກອບສ່ວນ ເຂົ້າໃນການເສີມສ້າງການພົວພັນ ແລະ ການຮ່ວມມືຂອງສອງຊາດ ກໍຄື ສອງກະຊວງປ້ອງກັນ ປະເທດ ລາວ-ຈີນ ໃຫ້ນັບມື້ມີການຂະຫຍາຍຕົວ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
Cr. ຈອນນີ່





