ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນອະດີດການນໍາ, ພະນັກງານ-ນັກຮົບ ຜູ້ລິເລີ່ມການປະຕິວັດ, ຜູ້ທີ່ຍອມເສຍສະຫຼະຊີວິດ, ເພື່ອພາລະກິດຕໍ່ສູ້ຕ້ານຈັກກະພັດ, ຍາດເອົາເອກະລາດ ມາໃຫ້ປະຊາຊົນລາວບັນດາເຜົ່າ, ໃນວັນທີ 20 ມັງກອນ 2026 ນີ້, ການນໍາກະຊວງປ້ອງກັນປະເທດ ນໍາໂດຍສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ວາງພວງມາລາທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດ ແຫ່ງຊາດ (ຫຼັກ 24) ແລະ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນ ຕໍ່ບັນດາການນໍາ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ທີ່ອຸທິດຕົນ ຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ມາໃຫ້ປວງຊົນລາວ ເພື່ອຈາລຶກການປະຕິບັດໜ້າທີ່, ນໍ້າໃຈເດັດດ່ຽວຈົງຮັກພັກດີ, ບໍລິສຸດຕໍ່ພັກ-ລັດ ຢືດໝັ້ນແນວທາງການປະຕິວັດ ໄວ້ໃຫ້ເປັນແບບຢ່າງ ໃຫ້ພະນັກງານ-ນັກຮົບ ຜູ້ເປັນລູກຫຼານ ສືບທອດ, ເສີມຂະຫຍາຍ ແລະ ນໍາມາຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານ, ການດຳລົງຊິວິດ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໜ່.


ໂດຍ: ພຸດທະພອນ ລັດດານາວ


