ຄະນະນໍາກະຊວງພາຍໃນ ອວຍພອນທູດຈີນ ໃນໂອກາດບຸນກຸດ ຈີນ

ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍ ໃນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ນາງ ຟາງຫົງ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ຈີນ (ກຸດຈີນ) ປະຈຳ ປີ 2025.
ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວອວຍພອນໃຫ້ ທ່ານ ນາງ ຟາງຫົງ ພ້ອມພະນັກງານສະຖານທູດ ສປ ຈີນ ປະຈຳລາວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ມີຜົນສຳ ເລັດໃນໜ້າທີ່ວຽກງານ ແລະ ໄດ້ລາຍງານໃຫ້ ທ່ານທູດຊາບວ່າ: ຕະຫຼອດທີ່ຜ່ານມາ ກະຊວງພາຍໃນ ແມ່ນໄດ້ໄດ້ມີການພົວພັນ- ຮ່ວມມື ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ໂດຍສະເພາະແມ່ນການພົວພັນຮ່ວມມືກັນດ້ານວິຊາການ ເພື່ອຊຸກຍູ້ ແລະ ແລກປ່ຽນບົດຮຽນໃນຂົງເຂດວຽກງານສ້າງຂີດຄວາມສາມາດ, ການຝຶກອົບຮົມລັດຖະກອນ ແລະ ການຄົ້ນຄວ້າການປົກຄອງ ຫລື ການບໍລິຫານລັດ, ການຄຸ້ມຄອງພະນັກງານ-ລັດຖະກອນ ແລະ ວຽກ ງານຊົນເຜົ່າ-ສາສະໜາ.
ທ່ານ ນາງ ຟາງຫົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ວິໄລວົງ ບຸດດາຄໍາ ພ້ອມຄະນະ ທີ່ໄດ້ມາອວຍພອນສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໃນຄັ້ງນີ້ ຊຶ່ງສະແດງເຖິງໃຫ້ຄວາມສຳຄັນຕໍ່ສະຖານທູດຈີນ ໂດຍສະເພາະຕໍ່ສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສປ ຈີນ – ສປປ ລາວ ທີ່ມີມູນເຊື້ອມາແຕ່ດົນນານໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.





