ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 21-27 ກໍລະກົດ 2025 ເນື່ອງຈາກຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ສາຍນ້ຳຫ້ວຍຫລາຍສາຍຕ່າງໆ ມີປະລິມານນ້ຳເພີ່ມຂຶ້ນ ໄດ້ນອງໄຫລຊຸແຮງ ເອົາເນື້ອທີ່ນາທໍາການຜະລິດຂອງປະຊາຊົນ ຢູ່ລຽບຕາມແຄມຫ້ວຍຕ່າງໆ ແລະ ຍຶ່ງຖ້ວມຂັງ, ຖະໜົນຫົນທາງ, ເສົາໄຟຟ້າລົ້ມ, ຂົວຂ້າມນ້ຳຫ້ວຍຕ່າງໆ ໄດ້ເຊາະເຈື່ອນ ແລະ ຕັດຂາດບາງຈຸດ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ຫລາຍບ້ານ ພາຍໃນເມືອງປາກທາ ແຂວງບໍ່ແກ້ວ ໄດ້ຮັບຜົນກະທົບກະທັນຫັນ ແລະ ເສຍຫາຍຫລາຍສົມຄວນ.
ດ້ວຍຄວາມເປັນຫວ່ງເປັນໃຍຂອງການນຳຂອງເມືອງ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ໃນຄັ້ງນີ້, ໃນວັນທີ 28 ກໍລະກົດ 2025 ທ່ານ ຄຳຈັນ ອິນທະຈັກ ເຈົ້າເມືອງໆປາກທາ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງຕິດຕາມ ແລະ ກວດກາໄພພິບັດທີ່ເກີດຂຶ້ນ, ເຊິ່ງຜົນກະທົບຄັ້ງນີ້ ມີເນື້ອທີ່ເຂົ້າໄຮ່, ເນື້ອທີ່ນາ, ສັດລ້ຽງ ແລະ ເຮືອນຊານຂອງປະຊາຊົນ ເສຍຫາຍຈຳນວນຫລາຍສົມຄວນ.
ໂອກາດດັ່ງກ່າວ ທ່ານ ຄຳຈັນ ອິນທະຈັກ ໄດ້ເນັ້ນໜັກໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ສືບຕໍ່ເກັບກຳຂໍ້ມູນຜົນສາຍຫາຍໃນຄັ້ງນີ້, ລວມທັງການແບ່ງຄວາມຮັບຜິດຊອບໃນການສ້ອມແປງສຸກເສີນ ໃຫ້ລະອຽດຈະແຈ້ງ ພ້ອມທັງລາຍງານໃຫ້ຂັ້ນແຂວງ ໄດ້ຮັບຊາບ ເພື່ອລາຍງານຕໍ່ສູນກາງ, ພ້ອມນີ້, ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ໃຫ້ມີສະຕິເຝົ້າລະວັງຕໍ່ຜົນກະທົບຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂໃຫ້ທັນເວລາ.

ຂ່າວ-ພາບ: ວັນນະເດດ


