ວັນທີ 28 ພະຈິກ 2024 ນີ້, ຄະນະນຳຂັ້ນເເຂວງ ນຳໂດຍ ທ່ານ ນາງ ບຸນນານ ບຸນນະເເສງ ຄະນະປະຈຳພັກເເຂວງ ຫົວໜ້າຄະນະຈັດຕັ້ງເເຂວງ, ມີທ່ານ ເພັດມີໄຊ ຄຳພັກດີ ຄະນະປະຈຳພັກເເຂວງ ເຈົ້າເມືອງ ສາມັກຄີໄຊ ໄດ້ນຳເອົາຂອງຂວັນ ແລະ ຄຳອ່ວຍພອນໄຊອັນປະເສີດ ເຂົ້າຢ້ຽມຢາມ ແລະ ອ່ວຍພອນພະນັກງານ ອາວຸໂສບຳນານ ສູນເສຍອົງຄະ 392 ທີ່ຂຶ້ນກັບກອງບັນຊາການທະຫານເເຂວງ ຢູ່ກອງບັນຊາການທະຫານແຂວງ, ເນື່ອງໃນໂອ ກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2/12/1975 – 2/12/2024) ແລະ ເນື່ອງໃນວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13/12/1920 – 13/12/2024).
ການມາຢ້ຽມຢາມ ແລະ ອ່ວຍພອນ ໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ ແລະ ຄວາມຮູ້ບຸນຄຸນ ຕໍ່ອະດິດການນຳ – ພະນັກງານອາວຸໂສບຳນານ ເພື່ອເປັນການໃຫ້ກຳລັງໃຈ ແລະ ເປັນຫ່ວງເປັນໄຍຕໍ່ພະນັກງານ ອາວຸໂສ ສູນເສຍອົງຄະທະຫານເເຂວງ ອັດຕະປື. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ນີ້, ທ່ານ ນາງ ບຸນນານ ບຸນນະເເສງ ຄະນະປະຈຳພັກເເຂວງ ພ້ອມດ້ວຍຄະນະນຳ ເຊິ່ງຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື ອ່ວຍໄຊໃຫ້ພອນແກ່ພະນັກງານອາວຸໂສ ສູນເສຍອົງຄະ 392 ທະຫານເເຂວງ ອັດຕະປື ທີ່ໄດ້ທຸ້ມເທແຮງກາຍແຮງໃຈ ແລະ ສະຕິປັນຍາເພື່ອອຸທິດຕົນໃຫ້ແກ່ປະເທດຊາດບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງເຊັ່ນທຸກວັນນີ້ ຂໍຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະອານາໄມສົມບູນ, ມີຄວາມສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ.
ຂ່າວ-ພາບ: ສຸກສະໄໝ ນວນມະລິນ





