ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາແຂວງໄຊສົມບູນ ມອບເຄື່ອງໃຫ້ແກ່ກອງພັນໃຫຍ່ ຈໍ 101

Jan 24, 2025

ຕອນເຊົ້າວັນທີ 23 ມັງກອນນີ້, ຕາງໜ້າຄະນະພັກ, ອົງການປົກຄອງແຂວງ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນຂອງແຂວງໄຊສົມບູນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກພ້ອມເງິນສົດ ຈຳນວນໜຶ່່ງໃຫ້ແກ່ ກອງພັນໃຫຍ່ ຈໍ 101 ໂດຍການນໍາພາຂອງທ່ານ ອຸດອນ ສິງດາລາ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັນ ທ່ານ ພັອ ໄມພອນ ພິພັກ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ຈໍ 101 ພ້ອມດ້ວຍຄະນະເຂົ້າຮ່ວມ.
ເຄື່ອງທີ່ນຳໄປມອບໃນຄັ້ງນີ້, ປະກອບມີເຄື່ອງອຸປະໂພກ-ບໍລິ ໂພກ ທີ່ລວບລວມຈາກໜ່ວຍອົງການຈັດຕັ້ງມະຫາຊົນ ຢູ່ບັນດາພະແນກການ, ອົງການກົມກອງໃນທົ່ວແຂວງ ແລະ ຄອບຄົວການນຳແຂວງໃຫ້ການສະໜັບສະໜູນ ເພື່ອມອບໃຫ້ກອງພັນໃຫຍ່ ຈໍ 101 ເພື່ອນໍາໄປມອບຕໍ່ໃຫ້ອ້າຍນ້ອງທະຫານຂອງຕົນ ທີ່ປະຈຳຢູ່ປ້ອມເຂດຫ່າງໄກ ຊຶ່ງມີິຄວາມຫຍຸ້ງຍາກໃນການເດີນທາງໄປຮອດ ເພື່ອໃຫ້ໄດ້ຮັບເຄື່ອງຢ່າງທົ່ວເຖິງ.
ພ້ອມນີ້ ທ່ານ ອຸດອນ ສິງດາລາ ຕາງໜ້າອົງການປົກຄອງແຂວງ ໄດ້ມອບກະຕ່າຂອງຂວັນ ແລະ ເງິນສົດຈຳນວນ 10 ລ້ານກີບ ໃຫ້ກອງພັນໃຫ່ຍ ຈໍ 101 ຕື່ມອີກ, ຊຶ່ງຕາງໜ້າກ່າວຮັບໂດຍ ທ່ານ ພັນເອກ ໄມພອນ ພິພັກ. ໂອກາດດຽວກັນນັ້ນ ທາງຄະນະກໍ່ຍັງໄດ້ອວຍພອນໃຫ້ແກ່ອ້າຍນ້ອງທະຫານ ໂດຍສະເພາະແມ່ນອ້າຍນ້ອງ ແລະ ຄະນະພັກກອງພັນໃຫຍ່ ຈໍ 101 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
Cr. ວຽງໃຈ ຄໍາມະນີວົງ