ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາແລະນັກກິລາ​ຈາກ​ປະ​ເທດ​ໃນອາ​ຊີ​​ເຂົ້າຮ່ວມງານກິລາເອຊຽນເກມລະດູໜາວ ພ້ອມກັບສະ​ເຫຼີມ​ສະຫຼອງ​ບຸນ​ກຸດ​ຈີນ

Feb 11, 2025

ຄະນະນໍາແລະນັກກິລາ​ຈາກ​ປະ​ເທດ​ໃນອາ​ຊີ​​ເຂົ້າຮ່ວມງານກິລາເອຊຽນເກມລະດູໜາວ ພ້ອມກັບສະ​ເຫຼີມ​ສະຫຼອງ​ບຸນ​ກຸດ​ຈີນ
ວັນ​ທີ 10 ກຸມ​ພາ​ນີ້, ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ ​ຄັ້ງ​ທີ 9 ທີ່​ຈັດ​ຈຶ້ນ​ຢູ່​ນະ​ຄອນ​ຮາ​ບິນ, ແຂວງ​ເຮີ່ຍ​ລົງ​ຈ່ຽງ, ສ​ປ ຈີນ, ໄດ້ມີ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ພາຍ​ໃຕ້ຫົວ​ຂໍ້ “ງານ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ​ພົບ​ກັບ​ບຸນ​ກຸດ​ຈີນ​ທີ່​ເປັນ​ມໍ​ລະດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ໂລກ” ​ຢ່າງ​ຟົດ​ຟື້ນ. ນັກ​ກິ​ລາ, ເຈົ້າ​ໜ້າ​ທີ່ ແລະ​ຜູ້​ຕາງ​ໜ້າສື່​ມວນ​ຊົນ ​ເກືອບ 20 ທ່ານ​ ທີ່​ມາ​ຈາກຫຼາຍ​ປະ​ເທດ​ໃນ​ອາ​ຊີ​ ເຊັ່ນ: ມົງ​​ໂກ​ຣີ, ໄທ, ຟີ​ລິບ​ປິນ, ຫວຽດ​ນາມ, ອິນ​ເດຍ, ເນ​ປານ ແລະອື່ນໆ ຫຼັງ​ຈາກ​ເຂົ້າ​ຮ່ວມ​ງານ​ກິ​ລາ​ແລ້ວ, ໄດ້​ຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງ​ບຸນ​ກຸດ​ຈີນ​ທ່າມ​ກາ​ງ​ຫິ​ມະ ແລະ ນ້ຳ​ກ້ອນທີ່ໜາວເຢັນ.
ແຂກ​ທັງຫຼາຍ​ໄດ້ລອງເຮັດຫຼາຍ​ຢ່າງ ເຊັ່ນ​: ​ຄວັດຮູບ​ນ້ຳ​ກ້ອນ, ຮູບ​ນ້ຳ​ຕານ, ຮູບ​ເຟືອງ, ເຈ້ຍ​ຕັດ ແລະອື່ນໆ. ຊິມ​ໝາກ​ຈອງແລະ ໝາກ​ພັບ​​ແຊ່​ແຂງ, ສຳ​ຜັດ​ກັບຮີດ​ຄອງ​ປະ​ເພ​ນີ​ຂອງ​ບຸນ​ກຸດ​ຈີນຢ່າງເບີກບານມ່ວນຊື່ນ.
Cr: CMG