ຄະນະນໍາຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາເຄື່ອງໄປມອບ ໃຫ້ນະຄອນຫຼວງວຽງຈັນ ໃນຕອນແລງ ຂອງວັນທີ 14 ກັນຍາ ຜ່ານມາ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ; ກ່າວມອບໂດຍ ທ່ານ ຄໍາພັນ ເຜີຍຍະວົງ ແລະ ກ່າວຮັບໂດຍ ທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ.
ເຄື່ອງທີ່ນໍາມາມອບ ປະກອບມີ ເງິນສົດ ຈໍານວນ 30 ລ້ານກີບ, ເຂົ້າຈ້າວ, ໝີ່ໄວໆ, ນໍ້າໝາກໄມ້ ແລະ ນໍ້າດື່ມ. ໂອກາດນີ້ ທ່ານນາງ ຫຼຽນຄໍາ ວິລະພັນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະນຳ ຄອສພ ຊຶ່ງຍາມໃດກໍເປັນຫ່ວງ ແລະ ໃຫ້ຄວາມໃສ່ໃຈຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້.
ຈາກນັ້ນ ຄະນະນໍາ ຄອສພ ໄດ້ໄປຢ້ຽມຢາມທ່າເຮືອຫຼັກ 4 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ໃຫ້ການຕ້ອບຮັບ. ການລົງຢ້ຽມຢາມ ຄັ້ງນີ້ ເພື່ອໃຫ້ກໍາລັງໃຈ ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນທີ່ເຝົ້າຕິດຕາມ, ເວນຍາມ ລະດັບນໍ້າຂອງ. ທີ່ທ່າເຮືອຫຼັກ 4, ປະຊາຊົນ ຍັງໄດ້ປະກອບສ່ວນ ໃນການປຸງແຕ່ງອາຫານ, ເຄື່ອງດື່ມ ໄວ້ຄອຍບໍລິການ ພະນັກງານ ກໍຄືເຈົ້າໜ້າທີ່ກ່ຽວຂ້ອງ ທີ່ເຝົ້າລະວັງລະດັບນ້ຳ.
ຂ່າວ-ພາບ: ແສງຈັນ




