ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະນໍາ, ຄູເຝິກ ແລະ ນັກກິລາບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຫລື U19 ທີ່ສາມາດຍາດໄດ້ຮອງຊະນະເລີດການແຂ່ງຂັນບານເຕະ U19 ຊີງແຊ້ມອາຊຽນ ປະຈໍາປີ 2022 ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ເດີນທາງມາເຖີງປະເທດລາວແລ້ວໃນຕອນຄໍ່າວັນທີ 17 ກໍລະກົດ 2022 ນີ້.

Jul 18, 2022

ອອກຕ້ອນຮັບຄະນະດັ່ງກ່າວທີ່ສະຫນາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ໃນຄັ້ງນີ້ ມີ ທ່ານ ພຸດ ສິມມາ ລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ວີເພັດ ສີຫາຈັກ, ປະທານສະຫະພັນບານເຕະແຫ່ງ ຊາດລາວ, ພ້ອມດ້ວຍຄະນະ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.