ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນຮັບສະໝັກເລືອກຕັ້ງຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ຄັ້ງທີ VIII ຮອບທີ II ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ, ໂດຍມີສະຫາຍ ບຸນດີ ທໍ່ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານຊາວໜຸ່ມ 4 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ຮ່າງແຜນພັດທະນາຊາວໜຸ່ມ – ເຍົາວະຊົນ ຄັ້ງທີ III ( ປີ 2024 – 2029 ) ພ້ອມທັງຮັບຟັງການປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນສົມບູນ. ຈາກນັ້ນ, ກໍ່ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະບໍລິຫານງານຊາວແຂວງ ຊຸດໃໝ່, ທັງນີ້ກໍ່ເພື່ອເລືືອກເຟັ້ນເອົາບຸກຄະລາກອນຂອງຜູ້ອອກສະໝັກຮັບເລືອກຕັ້ງໃຫ້ໄດ້ຄົບຕາມມາດຖານເງື່ອນໄຂ ທີ່ຄົບຖ້ວນ ເຂົ້າໃນໂຄງປະກອບກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ. ຈາກນັ້ນ, ຄະນະຮັບຜິດຊອບ ໄດ້ແຈກຢາຍບັດ ແລະ ແນະນຳວິທີການຂີດບັດທາບທາມໃນ ຮອບທີ II ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂເຂົ້າໃນໂຄງປະກອບໃຫ້ໄດ້ຕາມທີ່ໄດ້ກໍານົດໄວ້.
ທັງນີ້, ກໍ່ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃຫ້ຖືກຕ້ອງຕາມບາດກ້າວ, ຂັ້ນຕອນ ແລະ ຮັບປະກັນຄຸນນະພາບ.
ຂ່າວ-ພາບ: ຖວທ ເມືອງຫົງສາ






