ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະບໍລິຫານງານພັກແຂວງຊຽງຂວາງ ດຳເນີນຊີວິດການເມືອງທ້າຍສະໄໝ

Aug 9, 2025

ໃນລະຫວ່າງວັນທີ 7-8 ສິງຫາ 2025 ຢູ່ຫ້ອງວ່າການແຂວງຊຽງຂວາງ, ຈັດກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ VIII ພາຍໃຕ້ການເປັນປະທານ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ, ມີ ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ພ້ອມດ້ວຍຄະນະບໍລິຫານງານພັກແຂວງ ແລະ ຄະນະຮັບຜິດຊອບ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຂັ້ນສູນກາງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍເລຂາພັກແຂວງຊຽງຂວາງ ໄດ້ກ່າວຈຸດປະສົງຂອງການດຳເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກແຂວງຊຽງຂວາງ ເພື່ອປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ VIII ກ່ຽວກັບການດຳເນີນຊີວິດການເມືອງທ້າຍສະໄໝ; ປະຕິບັດຕາມຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ກ່ຽວກັບການດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ຂອງບັ້ນດໍາເນີນຊີວິດການເມືອງ ໃນຄັ້ງນີ້ ໂດຍສະເພາະ ເພື່ອຕີລາຄາໄດ້ໝາກຜົນການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ກໍຄື ການປະຕິບັດໜ້າທີ່ການເມືອງ ຕະຫລອດໄລຍະ 1 ສະໄໝທີ່ຜ່ານມາ. ຜ່ານການດໍາເນີນຊີວິດການເມືອງດັ່ງກ່າວ ສາມາດຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດພື້ນຖານຂອງບັນຫາ, ທັງເຫັນໄດ້ຄວາມເອົາໃຈໃສ່ ຂອງບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ທີ່ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ຕາມຄໍາເຫັນສົ່ງຂ່າວທີ່ໄດ້ຮັບ ໃນໄລຍະຜ່ານມາ ໂດຍມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຫລາຍຢ່າງໄດ້ຮັບການປັບປຸງແກ້ໄຂ ແລະ ມີຜົນສໍາເລັດເປັນຢ່າງດີ, ການຕຳນິສົ່ງຂ່າວ ກໍເຫັນໄດ້ວ່າ ບໍ່ມີຫາງສຽງໃດ ທີ່ມີລັກສະນະທັບຖົມໂຈມຕີ, ໃສ່ຮ້າຍປ້າຍສີ, ທັງໝົດລ້ວນແລ້ວແຕ່ມີລັກສະນະສ້າງສັນ, ຈິງໃຈກໍ່ສ້າງ-ຊ່ວຍເຫລືອເຊິ່ງກັນ ແລະ ກັນບົນພື້ນຖານຄວາມສາມັກຄີຮັກແພງຢ່າງສະໜິດແໜ້ນ. ອັນສຳຄັນ, ສະຫາຍໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະນຳຂອງແຂວງ ສືບຕໍ່ຍົກສູງບົດບາດການນໍາພາຂອງພັກ ໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ສ້າງພັກທັງ 4 ດ້ານ, ເຮັດໃຫ້ພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຊຶ່ງຄະນະພັກ ຕ້ອງມີຄວາມເປັນແບບຢ່າງນຳໜ້າພາທາງ ຖືເອົາວຽກງານການ ເມືອງ-ແນວຄິດເປັນກົກ ໂດຍຍົກສູງນໍ້າໃຈຮັກຊາດ, ມີສະຕິເປັນເຈົ້າຕົນເອງ; ສືບຕໍ່ປ່ຽນແປງທັດສະນະ ບໍ່ມັກຄົ້ນຄິດ, ຂີ້ຄ້ານມັກງ່າຍ, ແນວຄິດຄັບແຄບ, ບໍ່ເບິ່ງກວ້າງເຫັນໄກ ເບິ່ງບັນຫາແບບຜິວເຜີນ, ແນວຄິດເອື່ອຍອີງ, ໂຍນຄວາມຮັບຜິດຊອບ, ເດັດດ່ຽວແກ້ໄຂພະຍາດອາດຍາສິດ ບໍ່ແທດເຖິງຕົວຈິງ, ຮູ້ນໍາໃຊ້ຫົວຄິດປະດິດສ້າງຂອງມະຫາ ຊົນ, ດຶງດູດເອົາມະຫາຊົນ ເຂົ້າໃນຂະບວນການເຄື່ອນໄຫວວຽກງານແຕ່ລະຂົງເຂດ; ສືບຕໍ່ເຊື່ອມຊຶມ ແນວທາງນະ ໂຍບາຍຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ, ກຳແໜ້ນທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ “ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າ ຂອງພັກ” ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ວາງອອກ. ສຳລັບພະນັກງານ-ລັດຖະກອນ ໃນທົ່ວແຂວງ ຕ້ອງໄດ້ເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ ຢ່າງເອົາຈິງເອົາຈັງ ແລະ ໜັກແໜ້ນ, ມີຄວາມເປັນເອກະພາບພາຍໃນພັກ, ບໍ່ໃຫ້ມີແນວຄິດອະຄະຕິຕໍ່ກັນ, ການຕັດສິນ ແລະ ການແກ້ໄຂບັນຫາຕ່າງໆ ກໍໃຫ້ລວມສູນເປັນເອກະພາບພາຍໃນ, ເປັນຈິດໜຶ່ງໃຈດຽວກັນ; ຕັ້ງໜ້າຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມຕັ້ງຕໍ່ບໍລິສຸດ-ຊື່ສັດ ຮັບໃຊ້ປະເທດຊາດ-ຮັບໃຊ້ປະຊາຊົນ ຕິດພັນກັບປັບປຸງແບບແຜນນໍາພາ-ວິທີເຮັດວຽກ ຕາມຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ຕິດຕາມ, ກວດກາພະນັກງານ-ສະມາຊິກພັກ ທີ່ມີຫາງສຽງສວຍໃຊ້ໜ້າທີ່ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ ກໍຄື ການສໍ້ລາດບັງຫລວງ ຊຶ່ງຈະສົ່ງຜົນກະທົບ ຕໍ່ບົດບາດການນໍາພາຂອງຄະນະພັກ; ສຸມໃສ່ປັບປຸງການຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບທອດປ່ຽນແທນ ຢ່າງເປັນລະບົບ ໃນແຕ່ລະຂັ້ນ ແລະ ຍາວນານ; ເພີ່ມທະວີຄວາມເປັນເຈົ້າການ, ຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະ ບຽບການຂອງລັດ ຢ່າງເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງງົບປະມານການເງິນ ຢ່າງເຄັ່ງຄັດ, ມີຄວາມຖືກຕ້ອງ ແລະ ໂປ່ງໃສ; ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນດາປັດໃຈໜໍ່ແໜງ ທີ່ຈະກໍໃຫ້ຄວາມບໍ່ສະຫງົບ, ເຮັດໃຫ້ທົ່ວແຂວງ ສືບຕໍ່ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ຕັ້ງໜ້າເຂົ້າຮ່ວມຂະບວນການເປີດກວ້າງ ການເຊື່ອມໂຍງກັບສາກົນ ແລະ ພາກພື້ນ, ພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫລືອຫລາຍຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ