ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງໄຊຍະບູລີ ຄັ້ງທີ VIII ຮອບທີ II ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ ໂດຍມີທ່ານ ນາງ ຄໍາຜີວ ພັນທະວົງ ກໍາມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ, ມີຄະນະບໍລິຫານງານສະຫະພັນແມ່ຍິງ 4 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ ແລະ ເມືອງຫົງສາ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃສ່ຮ່າງລາຍງານການເມືອງ ຕໍ່ກອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງໄຊຍະບູລີ ຄັ້ງທີ VIII, ຮ່າງບົດສະຫຼຸບແຜນພັດທະນາແມ່ຍິງແຂວງໄຊຍະບູລີ 05 ປີ ຄັ້ງທີ VII (2021-2025) ແລະ ແຜນພັດທະນາ 05 ປີ ຄັ້ງທີ VIII (2025-20230), ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ VII, ເພື່ອເຮັດໃຫ້ເນື້ອໃນ 3 ບົດດັ່ງກ່າວ ມີຄວາມຄົບຖ້ວນສົມບູນ, ຈາກນັ້ນ, ກໍ່ໄດ້ຮັບຟັງການຜ່ານມາດຕະຖານເງື່ອນໄຂປະທານ, ຮອງປະທານ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດໃໝ່ ພ້ອມທັງດໍາເນີນການທາບທາມ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຮອບທີ II.
ທັງນີ້, ກໍ່ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນແມ່ຍິງ ແຂວງໄຊຍະບູລີ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້.
ຂ່າວ-ພາບ: ຖວທ ຫົງສາ






