ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ວັນທີ 1 ກຸມພາບ ຄົບຮອບ 69 ປີ. ທ່ານ ເລັດ ໄຊຍະພອນ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນ ກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະປະທານ, ຄະ ນະບໍລິຫານງານ ແລະ ບັນດາຄະນະກົມ ໄດ້ຕາງໜ້າໃຫ້ສະມາຊິກກໍາ ມະບານ, ກໍາມະກອນ, ຜູ້ອອກແຮງງານລາວທຸກທົ່ວໜ້າ ໄດ້ວາງກະຕ່າດອກໄມ້ໜ້າຮູບຫຼໍ່ປະທານ ໄກສອນ ພົມ ວິຫານ ໃນວັນທີ 31 ມັງກອນ 2025 ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມ ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ, ເຄົາ ລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ນໍາພາທະນຸບໍາລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງສະຫະພັນກໍາມະບານລາວ ໃຫ້ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງເພີ່ນ ໄດ້ຕິດພັນຢ່າງສະໜິນແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ຂອງປະເທດເຮົາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ-ສ້າງສາພັດທະ ນາປະເທດຊາດ, ເປັນຜູ້ລິເລີ່ມ ແລະ ນໍາພາພາ ລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ຍາດໄດ້ໄຊຊະນະສະຫງ່າ ງາມຕະຫຼອດມາ.





