ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະບໍລິຫານງານໄອປາ ຫາລື ຮັບຮອງຕາຕະລາງການດຳເນີນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45

Oct 18, 2024

ກອງປະຊຸມຄະນະບໍລິຫານງານໄອປາ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີຫົວໜ້າຄະນະຜູ້ແທນລັດຖະສະພາສະມາຊິກໄອປາ, ສະມາຊິກຄະນະບໍລິຫານງານໄອປາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອປຶກສາຫາລື ແລະ ຮັບຮອງ ເອົາຕາຕະລາງການດຳເນີນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45.
ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ໃນການຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນ ທີ່ຈະສົ່ງເສີມການຮ່ວມມືຂອງລັດຖະສະພາທີ່ແໜ້ນແຟ້ນ ແລະ ເສີມຂະຫຍາຍການທູດ ພາຍໃນຄອບຄົວໄອປາ. ພ້ອມກັນນັ້ນ, ພວກເຮົາພະຍາຍາມສ້າງປະຊາຄົມອາຊຽນ ທີ່ມີຄວາມເປັນເອກະພາບ ແລະ ເຂັ້ມແຂງ, ສອດຄ່ອງກັບເປົ້າໝາຍວິໄສທັດປະຊາຄົມອາຊຽນ 2025 ແລະ ຄວາມມຸ້ງມາດປາຖະໜາຮ່ວມກັນ ເພື່ອອະນາຄົດ. ໂດຍອີງຕາມ ທຳມະນູນຂອງໄອປາ ໝວດທີ 4, ມາດຕາ 12, ມີບົດບາດເປັນໃຈກາງໃນການກຳນົດທິດທາງໃນຕໍ່ໜ້າ ຂອງອົງການຈັດຕັ້ງພວກເຮົາ. ໜ້າທີ່ຂອງຄະນະບໍລິຫານງານ ແມ່ນການກະກຽມວາລະ ແລະ ແຜນດຳເນີນກອງປະຊຸມ ຕາມການສະເໜີຂອງປະເທດສະມາຊິກລັດຖະສະພາ ເພື່ອພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ ເພື່ອຮັບປະກັນ ຄວາມພະຍາຍາມຮ່ວມກັນ ສອດຄ່ອງກັບບັນດາບຸລິມະສິດ ແລະ ຄວາມມຸ້ງມາດປາຖະໜາຂອງສະມາຊິກໄອປາ ເພື່ອກ້າວສູ່ຄວາມເປັນອັນໜຶ່ງອັນດຽວ.
ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງເຊື່ອໝັ້ນວ່າ ການປຶກສາຫາລື, ຄົ້ນຄວ້າ ແລະ ພິຈາລະນາ ໃນຄັ້ງນີ້, ຈະດຳເນີນໄປພາຍໃຕ້ ຈິດໃຈທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ມີວິໄສທັດຮ່ວມກັນ ເພື່ອການເຊື່ອມຈອດອາຊຽນ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ. ສະເໜີໃຫ້ເຮັດວຽກຮ່ວມກັນ ເພື່ອສ້າງພຶ້ນຖານໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ໄອປາ 45 ນີ້, ເປັນເວທີສຳລັບການປຶກສາຫາລືທີ່ມີໝາກມີຜົນ ແລະ ຜົນໄດ້ຮັບທີ່ມີການຫັນປ່ຽນໃໝ່ ທີ່ຈະນຳເອົາຜົນເປັນປະໂຫຍດ ມາສູ່ປະເທດຊາດ ແລະ ພາກພື້ນ.
May be an image of 11 people