ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມສະໄໝວິສາມັນ ປະຈຳເດືອນຕຸລາ

Oct 15, 2024

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນປະຈໍາ ເດືອນຕຸລາ 2024 ຈັດຂຶ້ນໃນວັນທີ 11 ຕຸລາ 2024 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ.
ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບ ເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ບົດລາຍງານຜົນການຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015, ບົດລາຍງານຮ່າງແຜນກະກຽມ ແລະ ດຳເນີນກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX, ບົດລາຍງານ ແລະ ຂໍທິດຊີ້ນໍາບັນຫາພົ້ນເດັ່ນໃນການກະກຽມການເປັນເຈົ້າ ພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45, ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຮັບຮອງເອົາສັນຍາໂອນຫຸ້ນໂຄງການເຂື່ອນໄຟຟ້າຫີນບູນ ແລະ ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງປະທານອົງການກວດສອບປະຈໍາພາກເໜືອ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ