ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ 6 ບັນຫາທີ່ມີຄວາມຄືບໜ້າຊ້າ

Nov 18, 2024

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 18 ພະຈິກ 2024 ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ເຊິ່ງກ່ອນອື່ນທ່ານໄດ້ສະແດຄວາມຊົມເຊີຍທີ່ເຫັນວ່າ ລັດຖະບານ ສາມາດຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 10 ເດືອນທີ່ຜ່ານມາ, ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ.
ຢ່າງໃດກໍຕາມ, ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ຄະນະປະຈໍາສະພາແຫ່ງຊາດ ເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເຫັນວ່າ ມີບາງຄາດໝາຍມີຄວາມຄືບໜ້າຊ້າ ແລະ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າດັ່ງນີ້:
1. ການຈັດຕັ້ງປະຕິບັດຄາດໝາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ;ການປະຕິບັດຄາດໝາຍອັດຕາເງິນເຟີ້ສະເລ່ຍ 10 ເດືອນ ຢູ່ໃນລະດັບ 24.4% ເຫັນວ່າຍັງສູງ (ມະຕິສະພາແຫ່ງ ຊາດ ຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 9%);
2. ການປະຕິບັດນະໂຍບາຍການຜະລິດສິນຄ້າ ແລະ ການບໍລິ ການ ເພື່ອທົດແທນການນໍາເຂົ້າ ແລະ ຜະລິດເພື່ອສົ່ງອອກ ຕິດ ພັນກັບການປັບປຸງວິສາຫະກິດລັດ ແລະ ກຸ່ມການຜະລິດຕ່າງໆ ຍັງບໍ່ທັນເປັນຂະບວນທີ່ແຂງແຮງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນ, ການຜະລິດກະສິກໍາ ແລະ ປັດໄຈການຜະລິດຍັງ ບໍ່ທັນເຂັ້ມແຂງ ແລະ ບໍ່ສາມາດຕອບສະໜອງ ຄວາມຕ້ອງການຕົວຈິງ, ຍັງມີການນໍາເຂົ້າຈໍານວນຫຼາຍ; ການພັດທະນາ ລະບົບຊົນລະປະທານ ທີ່ເປັນບູລິມະສິດຂອງລັດຖະບານ ຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ; ການກໍານົດໂຄງປະກອບ ແລະ ປະເພດສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ຍັງບໍ່ທັນສາມາດຮັບປະກັນການດຸ່ນດ່ຽງການນໍາເຂົ້າ; ການປຸງແຕ່ງຜະລິດຕະພັນ ກະສິກຳ ແລະ ອຸດສາຫະກຳ ຍັງບໍ່ທັນຫັນ ເປັນ ທັນສະໄໝ ແລະ ການສ້າງຕັ້ງກອງທຶນນໍ້າມັນເຊື້ອໄຟ ຍັງບໍ່ທັນສາມາດຈັດຕັ້ງປະ ຕິບັດໄດ້;
3. ການປະຕິບັດແຜນລົງທຶນຂອງລັດ ປະຕິບັດໄດ້ພຽງ 71% ຂອງແຜນການ, ການລະດົມທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ປະຕິບັດໄດ້ 58%, ການນໍາໃຊ້ກອງທຶນທາງເພື່ອສ້ອມແປງເສັ້ນທາງຍັງຊັກຊ້າ ບໍ່ທັນປະຕິບັດໄດ້ຕາມແຜນການ, ເຮັດໃຫ້ສະພາບເສັ້ນທາງຍັງສືບຕໍ່ເປ່ເພສ້າງຄວາມຫຍຸ້ງຍາກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການສັນຈອນຂອງປະຊາຊົນ;
4. ການປະຕິບັດແຜນງົບປະມານແຫ່ງລັດ ເຖິງວ່າການຈັດເກັບ ລາຍຮັບໄດ້ເກີນແຜນ ແຕ່ເມື່ອ ທຽບໃສ່ຖານລາຍຮັບ GDP ແມ່ນໄດ້ແຕ່ 15.72% (ລາຍຮັບ 10 ເດືອນ ປະຕິບັດໄດ້ 46,174 ຕື້ກີບ, ມູນຄ່າ GDP 293,786 ຕື້ກີບ), ການສ້າງຖານລາຍຮັບ ຍັງບໍ່ທັນໝັ້ນຄົງ ແລະ ຍືນຍົງ, ການຫັນເປັນທັນສະໄໝໃນການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຍັງມີຄວາມຄືບໜ້າຊ້າ ແລະ ປະຕິບັດບໍ່ທັນໄດ້ທົ່ວເຖິງ, ມີທ່າອ່ຽງກັບໄປນໍາໃຊ້ລະບົບເດີມ, ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ ຍັງມີຄວາມຊັກຊ້າ, ການແກ້ໄຂບັນຫາໜີ້ສິນ ຍັງມີຄວາມຄືບໜ້າໜ້ອຍ;
5. ການປະຕິບັດຄາດໝາຍເງິນຕາ ຍັງສືບຕໍ່ເປັນບັນຫາເຄັ່ງ ຮ້ອນ ເປັນຕົ້ນ ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ24.4% (ມະຕິສະພາ ບໍ່ເກີນ 9%), ອັດຕາແລກປ່ຽນ ເງິນກີບທຽບໃສ່ເງິນ ໂດລາ ອ່ອນຄ່າສະເລ່ຍ 4.41% (ມະຕິສະພາເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້), ລາຄາສິນຄ້າ ແລະ ຄັງແຮສໍາຮອງເງິນຕາຍັງບໍ່ທັນບັນລຸໄດ້, ການປ່ອຍສິນເຊື່ອທະນາຄານ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈໍາເປັນ ໃນການທໍາການຜະລິດ ແມ່ນຍັງປະຕິບັດໄດ້ໜ້ອຍ;
6. ຂົງເຂດວັດທະນະທຳ-ສັງຄົມ ຍັງມີ 17 ຄາດໝາຍບໍ່ສາມາດບັນລຸ ແລະ ມີຄວາມຄືບໜ້າຊ້າ ເປັນຕົ້ນ ອັດຕາເຂົ້າຮຽນໃໝ່ລວມຫຼຸດລົງ, ນັກຮຽນປະລະການຮຽນເພີ່ມຂຶ້ນໃນທຸກຊັ້ນທຸກສາຍ; ບັນຫາການຂາດສານອາຫານໃນເດັກຍັງເປັນສິ່ງທ້າທາຍ ເຮັດໃຫ້ອັດຕາເດັກນ້ອຍລຸ່ມ 5 ປີ ມີນໍ້າໜັກ ແລະ ລວງສູງ ຕໍ່າກວ່າມາດຕະຖານ, ອັດຕາການເກີດລູກມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊິນກັນພະຍາດໃນເດັກ, ການບໍລິຈາກເລືອດ, ການເກັບກວດກູ້ລະເບີດບໍ່ທັນແຕກ ຍັງປະຕິບັດໄດ້ໜ້ອຍ.
May be an image of 1 person and dais