ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນຂອງຊາດ ປະຈຳເດືອນກໍລະກົດ

Jul 30, 2025

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກໍລະກົດ 2025 ຈັດຂຶ້ນໃນວັນທີ 28-29 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
No photo description available.
ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ລາຍງານຜົນສໍາເລັດການຮຽບຮຽງເນື້ອໃນກົດໝາຍ 10 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນີ້, ສ້າງໃໝ່ 5 ສະບັບ ຄື: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍການປູກຝັງ, ກົດໝາຍວ່າດ້ວຍພະນັກງານໄອຍະການ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ແລະ ກົດໝາຍວ່າດ້ວຍສາມັນສຶກສາ; ກົດໝາຍປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ພ້ອມນີ້, ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍທີ່ຜ່ານການພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ເທື່ອທີ 8 ຂອງ ສພຊ ຊຸດທີ IX ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາວຽກງານເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫລວງ ກັບ ແຂວງ, ແຂວງກັບແຂວງ ໃນຂອບເຂດທົ່ວປະເທດ; ບົດລາຍງານກ່ຽວກັບການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ປະຈຳປີ 2025 ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ປະຈຳປີ 2025 ຂອງຄະນະປະຈຳສະພາແຫ່ງຊາດ; ລາຍງານຄວາມຄືບໜ້າການຮຽບຮຽງປຶ້ມ 50 ປີ ສະພາແຫ່ງຊາດ ແລະ ການສ້າງບັນດາປະມວນປຶ້ມເອກະ ສານກ່ຽວກັບສະພາແຫ່ງຊາດ; ບົດລາຍງານກ່ຽວກັບຜົນການຄົ້ນຄວ້າໜັງສືສະເໜີສະບັບເລກທີ 48/ລບ, ລົງວັນທີ 11 ເມສາ 2025 ຂອງລັດຖະບານ ທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍມາດຕາ 139 ແລະ ມາດຕາ 140 ຂອງກົດໝາຍວ່າດ້ວຍທີ່ດິນ; ລາຍງານກ່ຽວກັບການສະເໜີຂໍນຳໃຊ້ເງິນເກີນແຜນຂອງທ້ອງຖິ່ນ ປີ 2024 (ແຂວງໄຊຍະບູລີ ແລະ ແຂວງເຊກອງ); ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ; ລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ລາຍງານຮ່າງແຜນການຕິດຕາມກວດກາ 4 ຄະນະ ຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 6 ເດືອນທ້າຍປີ 2025 ກ່ຽວກັບໂຄງການພັດທະນາທີ່ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ; ລາຍງານກ່ຽວກັບຜົນການເຄື່ອນໄຫວຕິດຕາມກວດກາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
ຂ່າວ: ກຸກກິກ ບຸດດາໄຊ