ໃນວັນທີ 3 ເມສາ 2025 ນີ້, ຄະນະປະຕິບັດງານຊ່ວຍເຫລືອຜູ້ປະສົບໄພ ແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳພາໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຫົວໜ້າກອງເສນາທິການ ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຫົວໜ້າຄະນະປະຕິບັດງານຊ່ວຍເຫລືອຜູ້ປະສົບໄພແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ຢູ່ ສສ ມຽນມາ ພ້ອມຄະນະ ໄດ້ຕາງໜ້າໃຫ້ກອງທັບປະຊາຊົນລາວ ນຳເອົາອຸປະກອນການແພດ ແລະ ຢາປົວພະຍາດ ຈຳນວນ 8 ລາຍການ ລວມມູນຄ່າ 29 ລ້ານກວ່າກີບ ໄປມອບໃຫ້ໂຮງໝໍເມືອງເຈົ່າແຊ ແຂວງມັນດາເລ ສສ ມຽນມາ, ກ່າວຮັບໂດຍ ທ່ານ ກອງມ່ຽນນາຍ ເຈົ້າເມືອງເຈົ່າແຊ, ມີຄະນະອຳນວຍການໂຮງໝໍ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ອຸປະກອນການແພດ ແລະ ຢາດັ່ງກ່າວ ໄດ້ມາຈາກກົມເສນາຮັກ ກົມໃຫຍ່ພາລາທິການກອງທັບປະຊາຊົນລາວ ເພື່ອຊ່ວຍເຫລືອໂຮງໝໍເມືອງເຈົ່າແຊ ນຳໃຊ້ເຂົ້າໃນການປິ່ນປົວຜູ້ບາດເຈັບ ຈາກເຫດການແຜນດິນໄຫວ.
ໂອກາດດັ່ງກ່າວ, ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ພ້ອມຄະນະ ຍັງໄດ້ລົງຕິດຕາມ, ຊຸກຍູ້ການປະຕິບັດໜ້າທີ່ຊ່ວຍເຫລືອແກ້ໄຂຜົນກະທົບ ຈາກແຜ່ນດິນໄຫວ ຢູ່ແຕ່ລະຈຸດ ແລະ ກວດເບິ່ງການປິ່ນປົວຜູ້ບາດເຈັບ ຮ່ວມກັບແພດໝໍຂອງໂຮງໝໍເມືອງເຈົ່າແຊ ຕື່ມອີກ.
ຂ່າວ: ເພັດ ສົມນໍວັນ






